ຝ​ລັ່ງ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານຕ້ານ​ການກໍ່​ການ​ຮ້າຍ​ຢູ່​ ອາຟ​ຼິກ​ກາ

(VOVWORLD) - ວັນທີ 13 ມັງກອນ, ກອງປະຊຸມສຸດຍອດກຸ່ມ G5 Sahel ໄດ້ຈັດຂຶ້ນຢູ່ຝລັ່ງ ເພື່ອປຶກສາຫາລືກ່ຽວກັບບັ້ນຮົບຕ້ານການກໍ່ການຮ້າຍຢູ່ພາກພື້ນອາຟຼິກກາ.
ຝ​ລັ່ງ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານຕ້ານ​ການກໍ່​ການ​ຮ້າຍ​ຢູ່​ ອາຟ​ຼິກ​ກາ - ảnh 1ທະຫານຝລັ່ງ ຢູ່ ອາຟຼິກກາ (ພາບ:  Local France)

ກອງປະຊຸມສຸດຍອດ G5 Sahel ມີການເຂົ້າຮ່ວມຂອງທ່ານ ປະທານາທິບໍດີ ຝລັ່ງ ແລະ ປະທານາທິບໍດີ 5 ປະເທດອາບຟຼິກາລວມມີ ນີເຊ, ຕຈ໊າດ, ມາກຣີຕານີ, ບວກກີນາຟາໄຊ ແລະ ມາລີ. 5 ປະເທດອາຟຼິກກາ ແລະ ຝລັ່ງໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານການທະຫານ, ພິເສດແມ່ນເພື່ອແນໃສ່ຮັບມືກັບລັດທິກໍ່ການຮ້າຍ ຢູ່ ພາກພື້ນ Sahel ແລະ Sahara.

ທີ່ກອງປະຊຸມ, ທ່ານ Emmanuel Macron ປະທານາທິບໍດີຝລັ່ງໃຫ້ຄຳໝັ້ນສັນຍາວ່າຈະຈັດສົ່ງນັກຮົບ 220 ຄົນຕື່ມໃຫ້ກຳລັງທະຫານ ປະມານ 4.500 ຄົນ ຂອງ ຝລັ່ງຢູ່ພາກພື້ນນີ້, ໃນບັ້ນຮົບການທະຫານທີ່ມີຊື່ວ່າ Barkhane, ເຊິ່ງໄດ້ຮັບການຜັນຂະຫຍາຍແຕ່ປີ 2014.

 

ຕອບກັບ

ຂ່າວ/ບົດ​ອື່ນ