ຝະລັ່ງ ດຳເນີນການເລືອກຕັ້ງປະທານາທິບໍດີຮອບທີ 2

(VOVWORLD) -ໝາກຜົນເບື້ອງຕົ້ນຂອງການປ່ອນບັດຮອບທີ 2 ຖືກປະກາດໃນເວລາ 20 ໂມງຂອງວັນທີ 24 ເມສາ.
ຝະລັ່ງ ດຳເນີນການເລືອກຕັ້ງປະທານາທິບໍດີຮອບທີ 2 - ảnh 1(ກ່ວາ 48 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ ເພື່ອເລືອກຕັ້ງທ່ານ Emmanuel Macron ຫຼື ທ່ານນາງ Marine Le Pen ດຳລົງຕຳແໜ່ງປະທານາທິບໍດີ ຝະລັ່ງ)

ວັນທີ 24 ເມສາ, ມີຜູ້ປ່ອນບັດເລືອກຕັ້ງ ຝະລັ່ງ  ກ່ວາ 48 ລ້ານຄົນໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ ເພື່ອເລືອກຕັ້ງທ່ານ Emmanuel Macron ຫຼື ທ່ານນາງ Marine Le Pen ດຳລົງຕຳແໜ່ງປະທານາທິບໍດີ ຝະລັ່ງ ອາຍຸການ 5 ປີທີ່ຈະມາເຖິງ. ກໍ່ຄ້າຍຄືຮອບທີ 1 ເຊິ່ງດຳເນີນໃນວັນທີ 10 ເມສາ, ບັນດາສະຖານທີ່ປ່ອນບັດໄດ້ເປີດປະຕູໃນເວລາ 8 ໂມງ ແລະ ອັດລົງໃນເວລາ 19 ໂມງ. ໝາກຜົນເບື້ອງຕົ້ນຂອງການປ່ອນບັດຮອບທີ 2 ຖືກປະກາດໃນເວລາ 20 ໂມງຂອງວັນທີ 24 ເມສາ. ຕາມບັນດາການຢັງຫາງສຽງຫຼ້າສຸດ, ຄາດວ່າ ທ່ານ Emmanuel Macron ຈະຮັບໄຊຊະນະຕໍ່ທ່ານນາງ Marine Le Pen.

ພາຍຫຼັງຮູ້ໝາກຜົນການປ່ອນບັດ, ຄາດວ່າ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະຈັດງານມິດຕິງຢູ່ສະໜາມຫຼວງ Champs de Mars ຢູ່ນະຄອນຫຼວງ ປາຣີ. ໃນຂະນະນັ້ນ, ຖັນແຖວອອກສະໝັກຮັບເລືອກຕັ້ງຂອງທ່ານນາງ Marine Le Pen ໃຫ້ຮູ້ວ່າ, ໃນກໍລະນີໄດ້ຮັບໄຊຊະນະ, ທ່ານນາງ Marine Le Pen ຈະຈັດການແຫ່ຂະບວນໃນຖະໜົນຫຼາຍສາຍ ແລະ ສະໜາມຫຼວງໃຫຍ່ຢູ່ນະຄອນຫຼວງ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ