ຝະລັ່ງກຳນົດຊື່ແລະນາມສະກຸນຕົວການລອກຈັບຕົວໂຕປະກັນຢູ່ໂບດ

ຝະລັ່ງກຳນົດຊື່ແລະນາມສະກຸນຕົວການລອກຈັບຕົວໂຕປະກັນຢູ່ໂບດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 26/07 ທ່ານ Francois Molins ຫົວໜ້າ​ໄອ​ຍະ​ການ ປາຣີ ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ສອງ​ຕົວ​ການ​ທີ່​ບຸກ​ໂຈມ​ຕີ​ເຂົ້າ​ໂບດ​ຢູ່​ເທດສະບານ​ເມືອງ Saint–Etienne–du-Rouvray ​ໃກ້​ກັບ​ນະຄອນ Rouen, ​ເຂດ Normandy ​ທາງ​ພາກ​ເໜືອ​ປະ​ເທດ ຝະລັ່ງ ​ແມ່ນ Adel Kermiche ອາຍຸ​ 19 ປີ. Kermiche ​ເຄີຍ​ຖືກ​ຈັບ​ຕົວ 2 ຄັ້ງ ​​​ເມື່ອ​ພວມ​ໄປ ຊີຣີ. ​ແລະ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ໃນ​ໂທລະພາບ, ທ່ານ​ປະທາ​ນາ​ທິບໍດີ ຝະລັ່ງ Francois Hollande ຖື​ວ່າ: ປະຈຸ​ບັນ​ໄພ​ນາບ​ຂູ່ຈາກ​ພວກ​ກະບົດ​ອິດສະ​ລາມ​ສຳລັບ ຝະລັ່ງ ​ແລະ ​ເອີ​ລົບ ພວມ​ຮ້າຍ​ແຮງ​ຍິ່ງ​ກ່ວາ​ເວລາ​​ໃດ​ໝົດ, ພ້ອມທັງ​ກ່າວ​ເຕືອນ​ວ່າ ການ​ຕໍ່​ສູ້ຕ້ານ​ພວກ​ກະບົດ​ອິດສະ​ລາມ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ຈະ​ຍັງ​ແກ່ຍາວຢູ່.

ຂ່າວ/ບົດ​ອື່ນ