ຝ່າຍຄ້ານຢູແກຼນກະກຽມການແຫ່ຂະບວນປະທ້ວງຄັ້ງໃຫຍ່ໃນວັນທີ16/2

ຝ່າຍຄ້ານຢູແກຼນກະກຽມການແຫ່ຂະບວນປະທ້ວງຄັ້ງໃຫຍ່ໃນວັນທີ16/2 - ảnh 1
ຝ່າຍ​ຄ້ານ​ຢູ່ ຢູ​ແກຼນ ​ໄດ້​ຮຽກຮ້ອງ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫມ່
photo:newsgo.vn

(vovworld)-​ເພື່ອ​ກະກຽມ​ໃຫ້​ແກ່​ກາ​ນຄັດຄ້ານ​ສັນ​ຕິ​ພາບ​ໃນ​ສະພາວະ​ບັນດາ​ການ​ເຈລະຈາ​ກັບ​ອຳນາດ​ການ​ປົກຄອງ ຢູ​ແກຼນ ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ, ຝ່າຍ​ຄ້ານ​ຢູ່ ຢູ​ແກຼນ ​ໄດ້​ຮຽກຮ້ອງ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫມ່​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ໃນ​ວັນ​ທີ 16/2. ນີ້​ຈະ​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່​ທີ 11 ດ​ຳ​ເນີນ​ໄປ​ຢູ່ ນະຄອນຫລວງ Kiev ນັບ​ແຕ່​ເມື່ອ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ເກີດ​ຂຶ້ນ​ເມື່ອ​ເດືອນ 11/2013 ​ເພື່ອ​ຄັດຄ້ານ​ເລື່ອງ​ປະທານາທິບໍດີ Viktor Yanukovich ປະຕິ​ເສດ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ. ​ໃນ​ແຈ້ງ​ຂ່າວ​ຍົກ​ອອກ​ເມື່ອ​ວັນ​ທີ 14/2, ພັກ​ຂອງ​ອະດີດ​ນາຍົກລັດຖະມົນຕີ Yulia Tymoshenko ​ໃຫ້​ຮູ້​ວ່າ: ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 16/2 ຈະ​ແມ​່ນການ​ຄັດຄ້ານ​ຄັ້ງ​ໃຫຍ່ ຖ້າ​ຫາກ​ລັດ​ຖະບານ​ປະ​ເທດ​ນີ້​ບໍ່​ຕອບ​ສະຫນອງ​ຄຳ​ສະ​ເຫ​ນີຂອງ​ຝ່າຍ​ຄ້ານ​ແມ່ນ​ປ່ອຍ​ຕົວ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ຈັດ​ຕົວ. ພັກ​ຝ່າຍ​ຄ້ານ​​ກໍ​ຖື​ວ່າ: ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢຸດ​ຕິ​ການ​ປິດ​ລ້ອມ​ບັນດາ​ສຳນັກງານ​ຂອງ​ລັດຖະບານ.

ຂ່າວ/ບົດ​ອື່ນ