ຝ່າຍຄ້ານໄທ ສືບຕໍ່ ແຫ່ຂະບວນປະທ້ວງກ່ອນຈັດການເລືອກຕັ້ງ

ຝ່າຍຄ້ານໄທ ສືບຕໍ່ ແຫ່ຂະບວນປະທ້ວງກ່ອນຈັດການເລືອກຕັ້ງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 01/02, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ໄທ ສືບ​ຕໍ່​ເດີນ​ຂະ​ບວນຢູ່​ບັນດາ​ເຂດທີ່​ມີ​ຊາວ​ຈີນ ດຳລົງ​ຊີວິດ ຢູ່​ນະຄອນ​ຫຼວງ​ບາງ​ກອ​ກ ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ສຸດ​ທ້າຍ​ແນ​ໃສ່​ຄັດ​ຄ້ານ​ການ​ເລືອກ​ຈັ້ງ​ທົ່ວ​ປະ​ເທດ​​ເຊິ່ງຄາດ​ວ່າ​ ​ດຳ​ເນີນ​ໄປ​ໃນ​ວັນ​ທີ 02/02. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນດາ​ຜູ້​ສະໜັບສະໜູນ, ​ເມື່ອຕອນ​ຄໍ່າ​ວັນ​ທີ 31/01, ຫົວໜ້າ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ​ເທືອ​ກສຸບັນ ຮຽກ​ຮ້ອງດຳ​ເນີນ​ການ​ປິດ​ລ້ອມຖະໜົນ​ສາຍ​ຕ່າງໆ​ຂອງ​ນະຄອນຫຼວງ​ບາງກອກ ​ດ້ວຍ​ສັນຕິພາບ, ​​ແຕ່ຈະ​ບໍ່​ກີດ​ຂວາງ​ປະຊາຊົນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. , ຫົວໜ້າ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ​ເທືອ​ກສຸບັນ ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບສະໜູນ​ຢູ່​ພາກ​ໃຕ້​ຂອງ​ໄທ ທີ່ພວມ​ປິດ​ລ້ອມ​ບັນດາ​ເຂດ​ປ່ອນ​ບັດ​ເລືອກ​ຕັ້ງ​ດຳ​ເນີ​ນການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ສະພາບ​ສັນຕິພາບ.

ຂ່າວ/ບົດ​ອື່ນ