ຝ່າຍຕາເວັນຕົກຖະແຫຼງບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບນິວເຄຼຍກັບອີຣານ

ຝ່າຍຕາເວັນຕົກຖະແຫຼງບັນລຸຂໍ້ຕົກລົງເບື້ອງຕົ້ນກ່ຽວກັບນິວເຄຼຍກັບອີຣານ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ John Kerry (​ຊ້າຍ) ​ແລະ​ ຄູ່​ຕຳ​ແໜ່ງ ອີ​ຣານ Mohammad Javad Zarif (​ຂວາ) ​ສືບ​ຕໍ່​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 26/3
(ພາບ: AFP/TTXVN)

(vovworld) – ວັນ​ທີ 29/3, ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນພ້ອມ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ຂອງ​ຂໍ້​ຕົກ​ລົງ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ໂຄງ​ການ ນິວ​ເຄຼຍ​ຂອງ ອີ​ຣານ ພໍ​ສົມ​ຄວນ. ເຈົ້າ​ໜ້​າ​ທີ່​ຝ່າຍ​ຕາ​ເວັນ​ຕົກ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ອ​ີ​ຣານ ​ເຫັນ​ດີຕົກ​ລົງ​ຫລຸດ​ຜ​່ອນ​ກ່​ວາ 2/3 ຈຳ​ນວນ​ຈັດ​ພົ້ນ​ສູນ ແລະ ຍົກ​ຍ້າຍ​ສາງ​ເຊື້ອ​ເພີງນິວ​ເຄຼຍ​ຂອງ ປະ​ເທດນີ້​ອອກ​ຕ່າງ​ປະ​ເທດ. ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຝ່າຍ​ຕາ​ເວັນ​ຕົກ ພວມ​ພິ​ຈາ​ລະ​ນາ​ເລື່ອງ​ອະ​ນຸ​ຍາດ​ໃຫ້ ອີ​ຣານ ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງ​ການ​ເສີມ​ທາດເຊື້ອ​ເພີງ​ນິວ​ເຄຼຍ ມີ​ສ່ວ​ນ​ຈຳ​ກັດ ພາຍ​ໃຕ້​ການຕິດ​ຕາມກວດ​ກາ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຮັບ​ໃຊ້​ຈຸດ​ປະ​ສົງ​ສາ​ທາ​ລະ​ນະ​ສຸກ​ຢູ່​ບັນ​ດາ​ຮາກ​ຖານພື້ນດິນ Fordow, ພ້ອມ​ທັງ​ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າ​ຍ​ແມ່ນ​ວັນ​ທີ 30/6. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ນັກ​ການ​ທູດ ອີ​ຣານ ​ໄດ້ປະ​ຕິ​ເສດ​ເລື່ອງ​ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບັນ​​ຫາ​​ນີ້ ແລະ ຖື​ວ່າ ​ບັນ​ດາແຫຼ່ງ​ຂ່າວນີ້​ຂອງ ຝ່າຍ​ຕາ​ເວັນ​ຕົກ ເພື່ອ​ແນ​ໃສ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງວິ​ວັດ​ການ​ເຈ​ລະ​ຈາ.


ຂ່າວ/ບົດ​ອື່ນ