ຝ່າຍມຸດສະລີມຢູ່ອີຢີບຮຽກຮ້ອງການແຫ່ຂະບວນປະທ້ວງ

ຝ່າຍມຸດສະລີມຢູ່ອີຢີບຮຽກຮ້ອງການແຫ່ຂະບວນປະທ້ວງ - ảnh 1
ຜູ້ສະຫນັບສະຫນູນທ່ານປະທານາທິບໍດີ Mohamed Morsi ເຂົ້າຮ່ວມ
ການແຫ່ຂະບວນປະທ້ວງ
ພາບ:internet

(vovworld)- ວັນ​ທີ 2/9, ຝ່າຍ​ມຸດ​ສະລີ​ມ ສະຫນັບສະຫນູນ​ປະທານາທິບໍດີ Mohamed Morsi ຜູ້ຖືກ​ໂຄ່ນ​ລົ້ມ ​ໄດ້​ຮຽກຮ້ອງ​ປະຊາຊົນ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ນັບ​ລ້ານ​ຄົນ ​ໃນ​ວັນ​ທີ 3/9 ດ້ວຍ​ຊື່​ເອີ້ນ​ວ່າ: ລັດຖະປະຫານ​ແມ່ນ​ການ​ກໍ່​ກາ​ນຮ້າຍ”. ພັນທະ​ມິດ​ແຫ່ງ​ຊາດ​ສະຫນັບສະຫນູນ​ລັກສະນະ​ຖືກ​ຕ້ອງກັບ​ກົດໝາຍ(NASL)- ຊື່​ງ​ແມ່ນ​ກຳລັງ​ໂດ​ຍອົງການ​ອ້າຍ​ນ້ອງ​ມຸດ​ສະລີ​ມ(MB) ນຳ​ຫນ້າ ​ແລະ​ເຕົ້າ​ໂຮມ 33 ພັກ​ການ​ເມືອງ ​ແລະ ຂະ​ບວນການ​ອິດສະ​ລາມ​ໃຫ້​ຮູ້​ວ່າ: ການ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ຖືກຈັດ​ຕັ້ງ​ຂຶ້ນ​ຢູ່​ບັນດາ​ສະຫນາມ​ຫລວງ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ເປັນ​ຂີດ​ໝາຍ ສອງ​ເດືອນ​ພາຍຫລັງ​ການ​ລັດຖະປະຫານ​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Mohamed Morsi. NASL ກໍຈັດ​ຕັ້ງ​ບັນດາ​ການ​ປະຊຸມ​ໃນ​ວັນ​ທີ 3/9 ​ເພື່ອ​ປະກາດ ບັນດາ​ໂທດ​ກຳ​ຂອງ​ຝ່າຍ​ລັດຖ​ະປະຫານ. NASL ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ສະຫນັບສະຫນູນ​ສະຫະພາບ​ເອີ​ລົບ​ ​ໄດ້​ເກັບ​ກຳ​ພະຍານ​ຫລັກ​ຖານ​ກ່ຽວ​ກັບ ​ໂທດ​ກຳ​ຂອງ​ບັນດາ​ຜູ້ນຳ​ຫນ້າ​ກາ​ນລັດຖະປະຫານ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ສານ​ຍຸຕິ​ທຳ​ສາກົນ.

 

ຂ່າວ/ບົດ​ອື່ນ