ວັນທີ 8/1, ຢູ່ນະຄອນ Bloemfontein ພັກກຳອຳນາດ ກອງປະຊຸມໃຫຍ່ ຊົນຊາດ ອາຟະລິກາ (ANC) ໄດ້ຈັດພິທີສະເຫຼີມສະຫຼອງ 100 ປີ ແຫ່ງວັນສ້າງຕັ້ງ (8/1/1912). ກ່າວຄວາມເຫັນນະພິທີ, ປະທານາທິບໍດີອາຟະລິກາໃຕ້ pacob Zuma ໄດ້ທົບທວນຄືບັນດາໄລຍະປະຫວັດສາດອັນສະຫງ່າອົງອາດ ກໍ່ຄືຂະບວນການພັດທະນາຂອງພັກ ANC ໃນ 100 ປີ ຜ່ານມາ. ທ່ານປະທານາທິບໍດີອາຟະລິກາໃຕ້ pacob Zuma ເນັ້ນໜັກວ່າ ພາຍຫຼັງ ເກືອບ 30 ປີ ທີ່ການນຳຜູ້ປີຊາສາມາດຂອງ ອາຟະລິກາໃຕ້ ແລະອາຟະລິກາ Nelson Mandela ຊີ້ນຳນຳພາການລຸກຮຶ້ຂຶ້ນຕ້ານຄືນລັດທິຈຳແນກການປະພຶດ, ພັກ ANC ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກ ປຊຊ ໃນການເລືອກຕັ້ງທົ່ວປະເທດຄັ້ງຕ່າງໆ, ໂດຍສະເພາະແມ່ນການເລືອກຕັ້ງອຳນາດການປົກຄອງທ້ອງຖີ