ພັກ, ລັດ ຍາມໃດກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ

(VOVWORLD) -ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ ຕໍ່ການເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດາສາສະໜາ.
ພັກ, ລັດ ຍາມໃດກໍ່ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢ້ຽມຢາມ, ມອບຂອບຂວັນ, ອວຍພອນເຂດຊາວຄຼິດ ຮ່າໂນ້ຍ
(ພາບ: TTXVN)

        ເນື່ອງໃນໂອກາດວັນບຸນຄຼິດສະມາດ 2022, ຕອນເຊົ້າວັນທີ 17 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ, ມອບຂອບຂວັນ, ອວຍພອນເຂດຊາວຄຼິດ ຮ່າໂນ້ຍ.

ຢູ່ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຢື້ນຢາມຖາມຂ່າວ, ຄຳອວຍພອນອັນປະເສີດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການນຳພັກ, ລັດ ທີ່ສົ່ງເຖິງສັງຄະນາຍົກ Giuse ຫວູວັນທຽນ, ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ, ຮອງປະທານສະພາສັງຄະລາດ ຫວຽດນາມ; ບັນດາຄຸນພໍ່, ນັກບວດທີ່ຕາງໜ້າໃຫ້ບັນດາເຂດຊາວຄຼິດ ຮ່າໂນ້ຍ ຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມສະຫງົບສຸກ.

ທ່ານປະທານປະເທດ ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ສະເໝີຕົ້ນສະເໝີປາຍ ຕໍ່ການເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສເຊື່ອຖືສາສະໜາຂອງປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງບັນດາສາສະໜາ. ທ່ານປະທານປະເທດຫວັງວ່າ ສະພາສັງຄະລາດ ຈະສືບຕໍ່ຂົນຂວາຍບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄຼິດ ສືບຕໍ່ອຸທິດສ່ວນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ.

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ໄດ້ໄປຢ້ຽມຢາມສູນກາງຄະນະກຳມະການສາມັກຄີຊາວຄຼິດ  ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ