ພັກ, ລັດ ແລະ ປະ​ຊາ​ຊົນ ຍາມ​ໃດ​ກໍ​ຈົດ​ຈຳ​​ຄຸນງ​າມ​ຄວາມ​ດີ, ການ​ປະ​ກອບ​ສ່ວນ ແລະ ການ​ເສຍ​ສະຫຼະ​ຂອງ​ບັນ​ດາ​ຄອບ​ຄົວ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ຊາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອວຍພອນ ແມ່ ເລິມທິແມ່ນ ໃນປີໃໝ່ຈົ່ງມີແຕ່ຄວາມສຸກ, ຄວາມໂຊກດີ ແລະ ມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ລະດົມກຳລັງໃຈໃຫ້ລູກຫຼານເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດໃຫ້ຮັ່ງມີ, ເຂັ້ມແຂງ. 
ພັກ, ລັດ ແລະ ປະ​ຊາ​ຊົນ ຍາມ​ໃດ​ກໍ​ຈົດ​ຈຳ​​ຄຸນງ​າມ​ຄວາມ​ດີ, ການ​ປະ​ກອບ​ສ່ວນ ແລະ ການ​ເສຍ​ສະຫຼະ​ຂອງ​ບັນ​ດາ​ຄອບ​ຄົວ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມແມ່ ຫວຽດນາມ ວິລະຊົນ ເລິມທິແມ່ນ

ຕອນບ່າຍວັນທີ 15  ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມແມ່ ຫວຽດນາມ ວິລະຊົນ ເລິມທິແມ່ນ ຢູ່ນະຄອນ ກາວບັ່ງ, ແຂວງ ກາວບັ່ງ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອວຍພອນ ແມ່ ເລິມທິແມ່ນ ໃນປີໃໝ່ຈົ່ງມີແຕ່ຄວາມສຸກ, ຄວາມໂຊກດີ ແລະ ມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ລະດົມກຳລັງໃຈໃຫ້ລູກຫຼານເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາບ້ານເກີດເມືອງນອນ, ປະເທດໃຫ້ຮັ່ງມີ, ເຂັ້ມແຂງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍຈົດຈຳຄຸນງາມຄວາມດີ, ການປະກອບສ່ວນຂອງບັນດາຄອບຄົວທີ່ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ອຳນາດການປົກຄອງທ້ອງຖິ່ນ ຈົ່ງສືບຕໍ່ດູແລຊີວິດທາງດ້ານວັດຖຸຂອງແມ່ ແມ່ນ ໃຫ້ເປັນຢ່າງດີ.

ຫວູຄວຽນ

 


ຕອບກັບ

ຂ່າວ/ບົດ​ອື່ນ