ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະໃນການເລືອກຕັ້ງ

ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະໃນການເລືອກຕັ້ງ - ảnh 1
( ການ​ເລືອກ​ຕັ້ງ​ສະພາ​ຂັ້ນຕາ​ແສງ​ຄັ້ງ​ທີ 3 )

( vovworld ) -   ພັກ​ປະຊາຊົນ​ກຳປູ​ເຈຍ ( CPP ) ຫາ​ກໍ່ຍາດ​ໄດ້​ໄຊຊະນະ​ຢ່າງ​ຂາດ​ຂັ້ນໃນ​ການ​ເລືອກ​ຕັ້ງ​ສະພາ​ຂັ້ນຕາ​ແສງ​ຄັ້ງ​ທີ 3 ທີ່​ສິ້ນ​ສຸດ​ລົງໃນ​ວັນ​ທີ 3/6. ​ໄຊຊະນະ​ນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນບາດກ້າວກະ​ກຽມ​ສຳຄັນທີ່​ສຸດ​ໃຫ້​ແກ່​ພັກ​ປະຊາຊົນກຳປູ​ເຈຍ ກອນການ​ເລືອກ​ຕັ້ງ​​ສະພາ​ແຫ່ງ​ຊາດທົ່ວ​ປະ​ເທດ​ໃນ​ປີ 2013, ​ເປີດ​ຊ່ອງ​ທາງ​ໃຫ້​​ແກ່ພັກ​ການ​ເມືອງຂອງ​ທ່ານ​ນາຍົກລັດຖະມົນ​ຕີ Hun Sen ສືບ​ຕໍ່​ບົດບາດຊີ້​ນຳນຳ​ພາ​ປະ​ເທດ​ແຫ່ງ​ວັດວາອາຣາມ. ຕາມ​ໝາກຜົນ​ຂອງການ​ນັບ​ບັດ​ໃນ​ເບື້ອງຕົ້ນ, ພັກ​ປະຊາຊົນ​ກຳປູ​ເຈຍ ຍາດ​ໄດ້​ບັດ​ສະໜັບສະໜູນ​ລື່ນ​ກາຍ​ພັກ​ອື່ນໆ​ຢູ່​​ສະພາ​ຕາ​ແສງ​​ເກືອບ​ທັງ​ໝົດຢູ່ 24 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ດ້ວຍ​ອັດຕາ​ບັດ​ສະໜັບສະໜູນ​ປະມານ 70%. ທ່ານ Rithy ຫົວໜ້າ​ໂທລະພາບ Hong Mesa ​ຂອງ​ກຳປູ​ເຈຍ ​ຖື​ວ່າ ໝາກຜົນ​ຂອງ​ການ​ເລືອກຕັ້ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນຄວາມ​ໄວ​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ລັດຖະບານ​ລາຊະວົງ​ກຳປູ​ເຈຍ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen. ກ່ອນ​ຈັດການ​ເລືອກ​ຕັ້ງ, ໝາກຜົນ​ການຢັ່ງ​ຫາງ​ສຽງ​ໂດຍ​ສະ​ຖາ​ບັນ​ສະ​ທາ​ລະນະ​ລັດ​ສາກົນຂອງ​ອາ​ເມ​ລິ​ກາ ​ປະກາດ​ວ່າ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າມີປະຊາຊົນ​ກຳປູ​ເຈຍ 84% ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ບົດບາດ​ນຳພາ​ຂອງ​ພັກ​ປະຊາຊົນ​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ