ພັກ,ລັດເອົາໃຈໃສ່ ແລະ ມອບຂອງຂວັນບຸນເຕັດໃຫ້ຜູ້ອອກແຮງງານ

(VOVWORLD) -ວັນທີ 06 ມັງກອນ, ທ່ານ ເຈິ່ນກ໊ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ, ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ກຳມະກອນຜູ້ອອກແຮງງານຢູ່ບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກ ຮ່າຟອງ, ແຂວງບັກຢາງ.

ພັກ,ລັດເອົາໃຈໃສ່ ແລະ ມອບຂອງຂວັນບຸນເຕັດໃຫ້ຜູ້ອອກແຮງງານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ

ມອບຂອງຂວັນໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

(ພາບ: TTXVN)

ນະທີ່ນີ້ທ່ານ ເຈິ່ງກວັກເວື້ອງ ຢືນຢັນວ່າ, ແຕ່ລະເທື່ອເມື່ອບຸນເຕັດວຽນມາ, ພັກ, ລັດ, ກຳມະບານລ້ວນແຕ່ມີການເຄື່ອນໄຫວມຸ່ງໄປເຖິງຜູ້ອອກແຮງງານ, ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ຜູ້ອອກແຮງງານ. ທ່ານ ເຈິ່ງກວັກເວື້ອງ ໄດ້ມອບຂອງຂວັນ 50 ພູດ; ແຂວງ ບັ໊ກຢາງ ມອບຂອງຂວັນ 50 ພູດ (ແຕ່ລະພູດມີມູນຄ່າ 1,3 ລ້ານດົ່ງ) ໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຂອງບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບສົ່ງອອກ ຮ່າຟອງ.

        ແລະກໍ່ໃນວັນທີ 06 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຢາລາຍ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມອບຂອງຂວັນ 100 ພູດ, ແຕ່ລະພູດມີມູນຄ່າ 1,3 ລ້ານດົ່ງ ໃຫ້ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ 100 ຄົນຢູ່ແຂວງຢາລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ