ພັກສາທາລະນະຖືການຍົກເລີກ Obamacare ແມ່ນບຸລິມະສິດແຖວໜ້າ

ພັກສາທາລະນະຖືການຍົກເລີກ Obamacare ແມ່ນບຸລິມະສິດແຖວໜ້າ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 4/1, ວົງ​ການ​ການ​ເມືອງ​ຂອງ​ພັກສາ​ທາ​ລະນະ​ຢູ່​ສະພາ​ສູງ ​ແລະ ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ແຈ້ງ​ແຜນການ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ເລືອກ​ຕັ້ງ Donald Trump ກົດໝາຍ​ສະບັບ​ໜຶ່ງ​ເພື່ອ​ແນ​ໃສ່​ຍົກ​ເລີກລາ​ຍການ​ສົ່ງ​ເສີມ​ສຸຂະພາບ​ລາຄາ​ຖືກ (Obamacare) ​ເຊິ່ງທ່ານ​ປະທານາທິບໍດີ Barack Obama ​ໄດ້​ຜັນ​ຂະຫຍາຍ​ແຕ່​ປີ 2010. ​ແຜນການ​ນີ້​ໂດຍ​ປະທານ​ໃນ​ອະນາຄົດ​ຂອງ ກຳມາ​ທິການ​ງົບ​ປະມານ​ສະພາ​ຕຳ່ ອາ​ເມ​ລິ​ກາ ທ່ານ​ນາງ Diane Black ອຸປະຖຳ ​ແລະ ຊຸກຍູ້. ພາຍຫຼັງ​ການ​ພົບ​ປະ​ເມື່ອ​ວັນ​ທີ 4/1 ກັບ​ທ່ານ​ນາງ Diane Black ​ແລະ ທ່ານ​ຮອງ​ປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ Mike Pence, ສະມາຊິກ​ສະພາ​ຕຳ່​ຂອງ​ພັກສາ​ທາ​ລະນະ Mark wayne Mulin ​ໃຫ້​ຮູ້​ວ່າ, ທ່ານ Mike Pence ຢືນຢັນ​ວ່າ ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ​ຜູ້​ຫາ​ກໍ່​ໄດ້​ຮັບ​ເລືອກ​ຕັ້ງ Donald Trump ພວມ​ກະກຽມ​ບັນດາ​ການ​ກະທຳ​ດ້ານອຳນາດ​ບໍລິຫານ ​ເພື່ອ​ແນ​ໃສ່​ຍົກ​ເລີກລາ​ຍການ Obamacare ພາຍຫຼັງ​ໄດ້​ຮັບ​ດຳລົງ​ຕຳ​ແໜ່ງ​​ໃນ​ວັນທີ 20/1 ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ສະມາຊິກ​ສະພາ​ຕຳ່ Chris Collins ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ໜຶ່ງ​ໃນ​ບັນດາ​ຂໍ້​ຕົກລົງ​ດ້ານ​ອຳນາດ​ບໍລິຫານ​ທຳ​ອິດ​ຂອງ​ທ່ານ Donald Trump ພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່ງ​ຢູ່​ທຳນຽບຂາວ​ແມ່ນ​ກ່ຽວຂ້ອງ​ເຖິງລາຍການ Obamacare.

 

ຂ່າວ/ບົດ​ອື່ນ