ພັກເຊັກໂກ-Moravaຈັດກອງປະຊຸມສຳມະນາກ່ຽວກັບບົດຮຽນໃນການພັດທະນາຂອງຫວຽດນາມ

ພັກເຊັກໂກ-Moravaຈັດກອງປະຊຸມສຳມະນາກ່ຽວກັບບົດຮຽນໃນການພັດທະນາຂອງຫວຽດນາມ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ເຊັກ​ໂກ ເຈືອງ​ແມ້ງ​ເຊີນ
ກ່າວ​ຄຳ​ເຫັນ​​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ
(ພາບ: vietnamplus.vn)



(vovworld) - ​ຕອນ​ບ່າຍ​ວັນ​ທີ 19/09, ຢູ່ Praha, ພັກກອມ​ມູ​ນິ​ດ​ເຊັກ​ໂກ, ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ເຊັກ​ໂກ - Morava (KSCM), ໄດ້​ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ກ່ຽວ​ກັບ​​ແນວ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​, ນ​ຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຫວຽດ​ນາມ ປະ​ຈຳ​ເຊັກ​ໂກ ເຈືອງ​ແມ້ງ​ເຊີນ ໄດ້​ແຈ້ງ​​ໂດຍ​ຫຍໍ້​ບັນ​ດາຜົນ​ງານດ້ານ​ເສດ​ຖະ​ກິດ​ ແລະ ການ​ຕ່າງ​ປະ​ເທດທີ່​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ ພາຍ​ຫຼັງ​ໄລ​ຍະ​ກວ່າ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ກ່ຽວ​ກັບ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ, ໄລ່​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທ​ູດ​ກັບ 185 ປະ​ເທດ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ກັບ 224 ຕະ​ຫຼາດຢ​ູ່​ທຸກ​ທະ​ວີບ. ຫວຽດ​ນາມ ຍັງ​ເຂົ້າ​ຮ່ວມ​ສັນ​ຍາ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ ກວ່າ 500 ສະ​ບັບໃນ​ຫຼາ​ຍ​ຂົງ​ເຂດ, ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ເກືອບ 260 ຕື້ USD. ກ່ຽວ​ກັບ​ການ​ພົວ​ພັນ​ຕາມ​ລະ​ບົບ​ພັກ, ປະ​ຈຸ​ບັ​ນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມ​ີ​ການ​ພົວ​ພັ​ນ​ກັບກວ່າ 200 ​ພັກ​ການ​ເມືອງ, ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ພັກ​ກອມ​ມູ​ນິດ - ກຳມະ​ກອນ, ໃນ​ນັ້ນ​ມ​ີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ກັບ KSCM. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈືອງ​ແມ້ງ​ເຊີນ ກໍ​ແຈ​້ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ເຊັກ​ໂກ ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຫວ່າງ​ມໍ່ໆ​ມານີ້ ແລະ ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ​ເດັດ​ດຽວ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ​ຜື້ນ​ແຜ່ນ​ດິນ​ອັນ​ຄົບ​ຖ​້ວນ​ຂອງ​ຫວຽດ​ນາມ, ແຜນ​ນະ​ໂຍ​ບາຍ​ແກ້​ໄຂ​ການ​ຂັດ​ແຍ້​ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ…
ຂ່າວ/ບົດ​ອື່ນ