ພັກແລະລັດຍາມໃດກໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວດ້ານວັດທະນະທຳ,ມູນເຊື້ອຂອງຊາດ

ພັກແລະລັດຍາມໃດກໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວດ້ານວັດທະນະທຳ,ມູນເຊື້ອຂອງຊາດ - ảnh 1
ທ່ານນາງ ຫງວຽນທິກິມເງິນ ແລະ ຄະ​ນະ​ຜູ້​ແທນ​ສູນ​ຄົ້ນ​ຄວ້າ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຫວຽດ​ນາມ
(ພາບ: TRỌNG ĐỨC/ ສຳນັກຂ່າວສານ ຫວຽດນາມ)

(vovworld)- ​ ຕອນ​ບ່າຍ ວັນທີ 18/8, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບ ​ຄະ​ນະ​ຜູ້​ແທນ​ສູນ​ຄົ້ນ​ຄວ້າ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຫວຽດ​ນາມ ແລະ ສູນ​ຄົ້ນ​ຄວ້າ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຮຸ່ງ​ເວືອງ ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດໄດ້​ຢືນ​ຢັນ​ວ່າ: ພັກແລະ​ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ,ມູນ​ເຊື້ອ​ຂອງ​ຊາດ ເມື່ອເນັ້ນ​ໜັກ​​ເຖິງ ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ ແລະ ຄຸນ​ຄ່າ​ດ້ານ​ຈິດໃຈ​ຂອງ​ການ​ເຫຼື້ອມ​ໃສບູ​ຊາເຈົ້າ​ຊີ​ວິດ​ຮຸ່ງ​ ແລະ ງາມ​ບຸນຢ໊ອງ, ​ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊົມ​ເຊີຍ​ບັນ​ດາ​ການ​ເຄື່ອນ​ໄຫວ, ແຜນ​ການ​ຈັດ​ຕັ້ງ​​ການ​ເດີນ​ທາງ​ກັບຄືນສູ່ແຫຼ່ງ​ກຳ​ເນີດ “​ຖະ​ຫວາຍ​ບູ​ຊາ​ບັນ​ພະ​ບູ​ລຸດ ສົມ​ເປັນ​ລູກຫຼານ​ເຈົ້າ​ຊີ​ວິດ​ຮຸ່ງ” ແລະ ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ອໍ​ລະ​ຫັນ ແທງ​ຟູ່​ດົງ​ທຽນ​ເວືອງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ທີ່​ມີ​ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເລິກ​ເຊິ່ງ, ອ​ວ່າຍ​ເມືອ​ຫາ​ເກົາ​ເຄົ້າ​ເຫງົາ​ກໍ, ສະ​ແດງ​ເຖິງ​​ຄວາມເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ ຂອງ​​ຊາດ​ຫວຽດ​ນາມ ​ສຳລັບພະ​ບູ​ລຸດ. ພ້ອ​ມ​ທັງ, ເປັນ​ໂອ​ກາດ​ເພື່ອ​ສຶກ​ສາ​ມູນ​ເຊື້ອ​ປະ​ຫວັດ​ສາດ, ແນ​ໃສ່​ລະ​ດົມ​​​ນ້ຳ​ໃຈ​ຮັກ​ຊາດ, ຄວາມສາ​ມັກ​ຄີ, ຜ່ານ​ຜ່າ​ ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ​ ຂອງ​ບັນ​ດາ​ຊາວ​ຫວຽດນາມ​ລຸ່ນ​ຕ່າງ, ພິ​ເສດ​​ແມ່ນໃນ​ໄລ​ຍະ​ປັດ​ຈຸ​ບັນ, ​ເມື່ອປະ​ເທດ​ຊາດ​ພວມຕ້ອງ​ປະ​ເຊີນ​ໜ້​າ ກັ​ບຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ໃນ​ພາ​ລະ​ກິດ​ສ້າງ​ສາ, ​ພັດ​ທະ​ນາ ແລະ ​ປົກ​ປັກຮັກ​ສາເອ​ກະ​ລາດ, ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ. ​ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ:  ​​ໃນໄລ​ຍະ​ຈະ​ມາ​ເຖິງ, ສູນຄົ້ນ​ຄວ້າ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ເຄື​່ອນ​ໄຫວ ​ທີ່​ມີ​ຄວາມ​ໝາຍ​ຊ່ວຍປຸກ​ລຸກຄວາມ​​ເອກ​ອ້າງ​ທະ​ນົງ​ໃຈ ກ່ຽວ​ກັບກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດ; ດຶງ​ດູດ​ການ​ຕອບ​ສະ​ໜອງ, ​ການເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ​ຂອງນັກ​ຄົ້ນ​ຄວ້າ​ດ້ານ​ວັດ​ທະ​ນະ​ທຳ, ນັກ​ສິ​​ລະ​ປະ ແລະ ​ປັນ​ຍາ​ຊົນ, ບັນ​ດາ​ຜູ້​ທີ່​ທີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່ວັດ​ທະ​ນະ​ທຳ​​ຂອງ​ຊາດ ແລະ ປະ​ຊາ​ຊົນ ​ເປັນ​ຈຳ​ນວນຫຼວງຫຼາຍ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ພື້ນ​ຖານ ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​.


ຂ່າວ/ບົດ​ອື່ນ