ພັດທະນາການຄ້າເຂດ ຊາຍແດນຫວຽດນາມ - ກຳປູເຈຍ -ລາວ

ພັດທະນາການຄ້າເຂດ ຊາຍແດນຫວຽດນາມ - ກຳປູເຈຍ -ລາວ - ảnh 1
ການ​ປະຊຸມຂ່າວ “ ​ໄຕ​ນິງ - ປະຕູພັດທະນາ​ການ​ຄ້າ​
ເຂດ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ - ລາວ”
(ພາບ: baomoi.com)


(vovworld) – ກອງ​ປະຊຸມ “ ​ໄຕ​ນິງ - ປະຕູພັດທະນາ​ການ​ຄ້າ​ເຂດ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ - ລາວ” ຈະ​ດຳ​ເນີ​ນ​ໃນ​ວັນ​ທີ 20/12, ຢູ່​ແຂວງ​ໄຕ​ນິງ ເພື່ອ​ແນ​ໃສ່​ເພີ່ມ​ທະວີປະສິດ​ທິຜົນ​ແຫ່ງ​ການ​ຂຸດ​ຄົ້ນ​ທ່າ​ແຮງ​ໃນ​ການ​ພັດທະນາ​ເສດຖະກິດ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ກຳປູ​ເຈຍ - ລາວ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງນີ້, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ນັກຊ່ຽວຊານ ​ແລະ ຜູ້​ແທນ​ທີ່​ມາ​ຈາກ ກຳປູ​ເຈຍ ​ແລະ ລາວ ຈະ​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ຊຸກຍູ້​ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ​ຫວຽດນາມ ກັບ ​ກຳປູ​ເຈຍ ​ແລະ ລາວ ຜ່ານ​ເສັ້ນທາງ​ຍຸດ​ທະ​ສາດທີ່​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຈາກ​ແຂວງ​ໄຕ​ນິງ ​ໄປ​ຜ່ານ​ກຳປູ​ເຈຍ ຮອດ​ລາວ. ທ່ານ​ເລ​ແທ່ງ​​ໂກງ, ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ​ແຂວງ​ໄຕ​ນິງ ​ໃຫ້​ຮູ້​ວ່າ.

        “ໄຕ​ນິງ ​ແມ່ນປະຕູ​ເຂດ​ຊາຍ​ແດ​ນທາງ​ພາກ​ໃຕ້ຂອງ​ຫວຽດນາມ. ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ຢາກ​ຊອກ​ຫາ​ເສັ້ນທາງ​ສັ້ນ​ທີ່​ສຸດ​ຈາກ​ຫວຽດນາມ ​ໄປ​ຍັງ​ກຳ​ປູເຈຍ ​ແລະ ລາວ ​ເພື່ອ​ຍູ້​ແຮງ​ການພັ​ດທະ​ນາ​ດ້ານ​ການ​ຄ້າ​ລະ​ຫວ່າງ 3 ປະ​ເທດ. ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ຫຼວດ​ເສັ້ນທາງ​ນີ້​​ແລ້ວ. ຝ່າຍ​ລາວ ​ແລະ ກຳປູ​ເຈຍ ກໍ່​ຈະ​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ ​ແລະ ຍົກ​ອອກ​ບັນດາ​ທັດສະນະ, ຄຳ​ເຫັນ​ເພື່ອ​ຍູ້​ແຮງ​ການ​ຄ້າ​ຜ່ານ​​ເສັ້ນທາງ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ