ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງຟູ໋ອຽນ

ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງຟູ໋ອຽນ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ
ເຮັດ​ວຽກກັບ ​ການ​ນຳຫຼັກ​ແຫຼ່ງ​ຂອງ​ແຂວງ​ຟູ໋ອຽນ)

(vovworld)- ​ໂດຍ​ສືບ​ຕໍ່​ປະ​ຕິ​ບັດງານ ​ຢູ່ບັນ​ດາ​ແຂວງ​ແຄມ​ທະ​ເລ​ຕອນ​ໃຕ້​ພາກ​ກາງ, ຕອນ​ເຊົ້າ​ວັນ​ທີ 28/8, ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸ​ກ ພ້ອມ​ດ້ວຍ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ໄດ້​ມີ​ການ​ເຮັດ​ວຽກກັບ ​ການ​ນຳຫຼັກ​ແຫຼ່ງ​ຂອງ​ແຂວງ​ຟູ໋ອຽນ. ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຕີ​ລາ​ຄາ​ສູງ​ ການ​ທີ່​ຟູ໊ອຽນ ໄດ້​ມີ​ຄວາ​ມມາ​ນະ​ພະ​ຍາມຫຼາຍ​ຢ່າງ​ໃນ​ການຄົ້ນ​ຄວ້າ, ປ່ຽນ​ໃໝ່ວິ​ທີ​ຄຸ້​ມຄອງ, ​ການບໍ​ລິ​ຫານ ແລະ ກໍ່​ສ້າງ​ທິດ​ທາງ​ໃໝ່, ທີ່​ມີ​ປະ​ສິດ​ທິ​ຜົນ​ກວ່າ. ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ເຊື່ອ​ມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ດ້ານເສດ​ຖະ​ກິດ,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ຟູ໊ອຽນ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິ​ດ​ຕະຫຼາດກວ່າ​ອີກ; ເສີມ​ຂະ​ຫຍາຍ ແລະ ຍູ້​ແຮງ​ທິດ​ນຳ: ສະ​ໜິດ​ຕິດ​ພັນ, ມີ​ນ້ຳ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ, ສຸດ​ຈະ​ລິດ, ມີ​ລະ​ບຽບ​ວິ​ໄນ; ສືບ​ຕໍ່ມຸ່ງ​ເຖິງປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ເພື່ອຍ​ົກ​ສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ. ຊີ້​ນຳ​ໜ້າ​ທີ່​​ມາດ​ຕະ​ການ​ເສດ​ຖະ​ກິດ-ສັງ​ຄົມ ​ຂອງ​ຟູ໊ອຽນ,  ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ສະ​ເໜີ ​ແຂວງ​ປະ​ຕິ​ບັດ​ວຽກ​ງານວາງ​ແຜນ​ກຳ​ນົດ​ເປັນ​ຢ່າງ​ດີ, ໃນ​ການ​ຮຽກ​ຮ້ອງ​ການ​ລົງ​ທຶນ, ແຂວງ​ຟູ໊ອຽນ​ເອົາ​ໃຈ​ໃສ່ ​ປະ​ຕິ​ບັດ​ຂອດກວດ​ກາ ຕີ​ລາ​ຄາ ​ຜົນ​ກະ​ທົບ​​ເຖິງ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ, ​ປົກ​ປັກຮັກ​ສາສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່​ນ​ບັນ​ດາ​ໂຄງ​ການແຄມ​ທະ​ເລ, ໃກ້​​ຊຸມ​ຊົນ, ໂຄງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ. ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ​ສະ​ເໜີ​ແນະ ແຂວງ​ຟູ໊ອຽນ​ຍູ້​ແຮງ​ການ​ລ້ຽງ​ງົວ, ລ້ຽງ​ກຸ້ງ​ມັງ​ກອນ, ຂຸດ​ຄົ້ນປາ​ທູນາ ​ເປັນ​ບັ​ນ​ດາ​ທ່າ​ແຮງ ຂອງ​ແຂວງ; ພ້ອມ​ທັງ​ເອົາ​ໃຈ​ໃສ່​​ພັດ​ທະ​ນາ​ ແລະ ຮັກ​ສາ​ປ່າ​ທຳ​ມະ​ຊາດ. ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈທ້ອງ​ຖິ່ນ​ຕ້ອງ​ປະ​ຕິ​ບັດ​ ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າເປັນ​ຢ່າງ​ດີ, ​ປັບ​ປຸງ​ລະ​ບອບ​​ໃຫ້​ສົມ​ບູນ​ແບບຢ່າງບໍ່ຢຸດຢັ້ງ.

ຂ່າວ/ບົດ​ອື່ນ