ພັດທະນາການພົວພັນ ຫວຽດນາມ ແລະ ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ

(VOVWORLD) -ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບ: ໝາກຜົນການຮ່ວມມືຢ່າງແທດຈິງລະຫວ່າງ ຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ, ຄວາມສະດວກ ແລະ ຫຍຸ້ງຍາກໃນວິວັດການຜັນຂະຫຍາຍແຜນຮ່າງໃນໄລຍະ 2017 – 2021
ພັດທະນາການພົວພັນ ຫວຽດນາມ ແລະ ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ - ảnh 1ກອງປະຊຸມດຳເນີນແບບທາງໄກ
(ພາບ: baoquocte.vn)

ວັນທີ 20 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮຽວ ໄດ້ເປັນປະທານກອງປະຊຸມແບບທາງໄກ ສະຫຼຸບກາງສະໄໝການປະຕິບັດແຜນຮ່າງ “ພັດທະນາການພົວພັນ ຫວຽດນາມ ແລະ ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ, ໄລຍະ 2016 - 2025”.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບ: ໝາກຜົນການຮ່ວມມືຢ່າງແທດຈິງລະຫວ່າງ ຫວຽດນາມ ແລະ ບັນດາປະເທດຕາເວັນອອກກາງ - ອາຟະລິກາ, ຄວາມສະດວກ ແລະ ຫຍຸ້ງຍາກໃນວິວັດການຜັນຂະຫຍາຍແຜນຮ່າງໃນໄລຍະ 2017 – 2021; ຕີລາຄາແງ່ຫວັງການຮ່ວມມືລະຫວ່າງ ຫວຽດນາມ ແລະ ເຂດຕາເວັນອອກກາງ - ອາຟະລິກາ. ບັນດາຜູ້ແທນເຂົ້າຮ່ວມໄດ້ສະເໜີມາດຕະການຍູ້ແຮງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ - ອາຟະລິກາ, ໃນນັ້ນເອົາໃຈໃສ່ເຖິງຂົງເຂດກະສິກຳ, ສາທາລະນະສຸກ, ການສຶກສາ, ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ