ພັດທະນາການ​ພົວພັນ​ລະຫວ່າງ ​ລັດ​ເຊຍ-​ຫວຽດນາມ

ພັດທະນາການ​ພົວພັນ​ລະຫວ່າງ ​ລັດ​ເຊຍ-​ຫວຽດນາມ - ảnh 1

(ພາບ:ອິນ​ເຕີ​ແນັດ)

(vovworld) -  ການ​ພົວພັນ​ລະຫວ່າງລັດ​ເຊຍ-​ຫວຽດນາມ ​ໄດ້​ຜ່ານ​ຜ່າ​ບັນດາ​ການ​ທົດ​ສອບ ​ແລະ ພິສູດ, ສ້າງ​ເປັນ​ພື້ນຖານໝັ້ນຄົງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮອບ​ດ້ານ​ໃນ​ຫຼາຍ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ຕ່າງ​ກໍ່​ມີ​ຄວາມ​ສົນ​ໃຈ. ທ່ານ Anatoly V.Borovik ຫົວໜ້າ​ກົງ​ສູນ​ສະຫະພັນ​ລັດ​ເຊຍ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຢັ້ງຢືນ​ຄື​ດັ່ງກ່າວ​ທີ່​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 19/2 ​ໃນ​ໂອກາດ​ສະ​ເຫລີມ​ລະ​ຫຼອງ 63 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ລັດ​ເຊຍ (1950-2013). ຕາມ​ທ່ານ Anatoly V.Borovik  ​ແລ້ວ, ​ໃນ​ປີ 2012, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຍົກຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ຜ່ານ​ບັນດາ​ການ​ຢ້ຽມຢາມ​ຂັ້ນສູງ​ຂອງ​ການ​ນຳ​ສອງ​ປະ​ເທດ ​ແລະ ບັນດາ​ການ​ໄປ​ຢ້ຽມຢາມຂອງ​ວິ​ສາ​ຫະກິດ, ຫົວໜ່ວຍ...​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ. ນອກຈາກ​ຂົງ​ເຂດ​ພະລັງງານ, ປະຈຸ​ບັນ, ລັດ​ເຊຍ ຍັງຜັນ​ຂະຫຍາຍ​ບັນດາ​ໂຄງການ​ຢູ່​ບາງ​ແຂວງ​ພາກ​ໃຕ້​ຫວຽດນາມ ຄື: ຂຸດ​ຄົ້ນ​ແຮ່​ທາດ, ພິ​ເສດ​ແມ່ນ​ຕີຕາ​ນຢູ່​ບິ່ງ​ທ້ວນ. ຕາມ​ທ່ານ Anatoly V.Borovik  ​ແລ້ວ, ຄວາມ​ສາມາດ​ບົ່ມ​ຊ້ອນການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຍັງ​ໃຫ່ຍຫຼວງ​ທີ່​ສຸດ ​ແລະ ບັນດາ​ໝາກຜົນ​ບັນລຸ​ໄດ້​ໃນ​ປີ 2012 ຈະ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ດີງາມ​ເພື່ອ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຮັກສາ​ສາຍ​ພົວພັນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ