ພັດທະນາການພົວພັນລະຫວ່າງ ຫວຽດນາມ - Bulgaria ຢ່າງຮອບດ້ານ ແລະ ມີປະສິດທິຜົນ

ພັດທະນາການພົວພັນລະຫວ່າງ ຫວຽດນາມ - Bulgaria ຢ່າງຮອບດ້ານ ແລະ ມີປະສິດທິຜົນ - ảnh 1
ທ່ານ Nguyen Sinh Hung ແລະ ທ່ານນາງ Tsetska Tsacheva
(ພາບ: nguyenminhquang.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ Bulgaria Tsetska Tsacheva ທີ່​ພວມ​ຢູ່​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານສະພາ​ແຫ່ງ​ຊາດ Nguyen Sinh Hung ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Bulgaria Tsetska Tsacheva ຈະ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ຢ່າງ​ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ​ກ່ວາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຊົມ​ເຊີຍ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ Bulgaria ມາ​ຢ້ຽມຢາມ​ປະ​ເທດ​ຂອງ​ພວກ​ຂ​້າພະ​ເຈົ້າ.ພວກ​ເພື່ອນ​ໄດ້​ນຳ​​ເອົາ​​ນ້ຳ​ໃຈ​ມິດ​ຕະພາບ, ທີ່​ເປັນ​ມູນ​ເຊື້ອ​ອັນ​ອົບ​ອຸ່ນ​ຈາກ​ປະ​ເທດ​ດອກ​ກຸຫຼາ​ບທີ່​ສວຍ​ງາມມາໃຫ້​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ຢ່າງ​ແນ່​ວ​ແນ່​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້ແມ່ນ​ບາດ​ກ້າວ​ສຳຄັນ ​ເພື່ອ​ໃຫ້​ພວກ​ເຮົາ​ຊຸກຍູ້​ການ​ຮ່ວມ​ມື ບໍ່​ພຽງ​ແຕ່​ຂອງ 2 ສະພາ​ແຫ່​ງຊາດ​ເທົ່າ​ນັ້ນ ​ຫາກ​ຂອງ 2 ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ​ພວກ​ເຮົາອີກ​ດ້ວຍ”

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Bulgaria ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ: ສະພາ​ແຫ່ງ​ຊາດ 2 ປະ​ເທດ ຈະສືບ​ຕໍ່​ສົມທົບ​ກັນ, ​ແລກປ່ຽນ​ໃນ​ບັນດາ​ຂົງ​ເຂດ​ນິຕິ​ບັນຍັດ ​ແລະ ຕິດຕາມ​ກວດກາ, ​​ເປັນ​ປະຖົມ​ປັດ​ໄຈ​​ເພື່ອຍົກ​ສູງ​ຂອບ​ຂະໜາດ, ຄຸນ​ນະພາ​ບການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ຄົມມະນາຄົມ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພະລັງງານ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ Tsetska Tsacheva  ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ດ້ວຍ 6 ​ເນື້ອ​ໃນ​ການ​ຮ່ວມ​ມື. 2 ຝ່າຍ​ສົ່ງ​ເສີມການ​ທາ​ບທາມ​ຄວາມ​ເຫັນ​ລະຫວ່າງ 2 ລັດຖະບານ​ຢູ່​ບັນດາ​ອົງການ​ສາກົນ​ຄື: ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ, ກໍ​ຄື​ໃນ​ການ​ພົວພັນ​ລະຫວ່າງ​ສະຫະພາບ​ເອີ​ລົ​ບ, ສະຫະພາບ​​ເອີ​ລົບ - ອາ​ຊຽນ ​ແລະ ​ເວທີ​ປາ​ໄສ ASEM ກັບ​ຫວຽດນາມ. ການ​ນຳ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ກໍ​ໄດ້​ເປັນ​ສັກ​ຂີ​ພິຍານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ 2 ປະ​ເທດ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລ​ະ ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວກັບຄວາ​ມໝັ້ນຄົງ​ດ້ານ​ສື່ສານ​ຂອງ Bulgaria ​ເຊັນ​ເອກະສານ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ