ພັດທະນາບຸກຄະລາກອນ Logistics ຫວຽດນາມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) - ສະມາຄົມ VALOMA ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຮັບການສ້າງຕັ້ງໂດຍ 30 ສະມາຊິກ ເຊິ່ງເປັນນັກທຸລະກິດ ທີ່ມາຈາກ ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບາງແຂວງທີ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ...
ພັດທະນາບຸກຄະລາກອນ Logistics ຫວຽດນາມ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1ພິທີສະເໜີຕົວສະມາຄົມ ພັດທະນາບຸກຄະລາກອນ Logistics ຫວຽດນາມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບ:Trà Vinh/ VOV)

ວັນທີ 4 ທັນວາ, ຢູ່ແຂວງຈາວິງ ມະຫາວິທະຍາໄລ ຈາວິງ ສົມທົບ ກັບ ສະຫະສະມາຄົມ ພັດທະນາບຸກຄະລາກອນ Logistics ຫວຽດນາມ (ເອີ້ນຫຍໍ້ວ່າ VALOMA) ຈັດພິທີເປີດຕົວສະມາຄົມ ພັດທະນາບຸກຄະລາກອນ Logistics ຫວຽດນາມ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ເພີ່ມສະມາຊິກໃໝ່ ຂອງ VALOMA.

        ສະມາຄົມ VALOMA ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຮັບການສ້າງຕັ້ງໂດຍ 30 ສະມາຊິກ ເຊິ່ງເປັນນັກທຸລະກິດ ທີ່ມາຈາກ ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບາງແຂວງທີ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ . ຢູ່ທີ່ກອງປະຊຸມ, ສະມາຄົມ VALOMA ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ລົງນາມ ເພີ່ມ 12 ສະມາຊິກ; ແຕ່ງຕັ້ງໃຫ້ມະຫາວິທະຍາໄລ ຈາວິງ ຮັບດຳລົງຕໍາແໜ່ງ ຫົວໜ້າສະມາຄົມ VALOMA ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ອາຍຸການ 2021-2024.

        ເນື່ອງໃນໂອກາດນີ້, ກໍ່ໄດ້ໄຂກອງປະຊຸມ “ຄວາມຕ້ອງການພັດທະນາບຸກຄະລາກອນ Logistics ຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ