ພັດທະນາພື້ນຖານວັດ ທະນະທຳຫວຽດນາມ ກ້າວໜ້າ, ເຂັ້ມຄົ້ນໄປ ດ້ວຍສີສັນຊາດ


ພັດທະນາພື້ນຖານວັດ ທະນະທຳຫວຽດນາມ ກ້າວໜ້າ, ເຂັ້ມຄົ້ນໄປ ດ້ວຍສີສັນຊາດ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 14/5, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະພັນ​ແຮງ​ງານ​ນະຄອນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 15 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​ໃນ 15 ປີຜ່ານມາ, ບັນດາ​ອົງການ​ກຳມະບານ​ນະຄອນ​​ ໄດ້ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ກຳມະກອນ, ພາລະ​ກອນ ຜູ້​ອອກ​ແຮງ​ງານ, ຂະ​ບວນການ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ຮາກ​ຖານ, ວັດທະນະທຳ​​ຢູ່ໃນ​ວິ​ສາ​ຫະກິດ ກໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ທ່ານ ​ເລ​ຮົ່ງຈ່ຽວ, ຜູ້ອຳນວຍການ​ຫໍ​ວັດທະນະທຳ​ແຮງ​ງານ​ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

          ”ຜ່ານ 15 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 5 ຊຸດ​ທີ 8, ຫໍ​ວັດທະນະທຳ​ແຮງ​ງານ​ໄດ້​ມານະ​ພະຍາຍາມ​ສ້າງ​ລາຍການ​ເຄື່ອນ​ໄຫວ​ຕ່າງໆຢ່າງ​ແທດ​ຈິງ. ນອກຈາກ​ບັນດາ​ສະ​ໂມ​ສອນ, ກອງ, ໜ່ວຍ​ຮັກສາ​ບັນດາ​ຄູນ​ຄ່າ​ວັດທະນະທຳ​ຂອງ​ຊາດ​ແລ້ວ, ຫໍ​ວັດທະນະທຳ​ຍັງ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສຶກສາ​ກ່ຽວ​ກັບ​ວັດທະນະທຳ​ໃຫ້​ແກ່​ກຳມະກອນ, ພາລະ​ກອນ, ຜູ້​ອອກ​ແຮງ​ງານ​ອີກ​ດ້ວຍ. ນີ້​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເຊິ່ງພວກ​ຂ້າພະ​ເຈົ້າ​ພວມ​ມານະ​ພະຍາຍາມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ ​ໃຫ້ມັນນັບ​ມື້​ນັບ​ພັດທະນາ”.

        ​ໃນ​ວັນ​ດຽວ​ກັນ, ​ແຂວງ​ກວາງ​ນາມ ​ກໍ່​ຈັດ​ຕັ້ງກອງ​ປະຊຸມ​ສະຫຼຸບ 15 ປີ ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ກ້າວໜ້າ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ. 15 ປີຜ່ານມາ, ​ແຂວງ​ກວາງ​ນາມ ​ໄດ້​ພັດທະນາ​​ວັນນະຄະດີ ສິລະ​ປະ, ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄູນ​ຄ່າ​ມໍລະດົກ​ວັດທະນະທຳ, ພັດທະນາ​ພາລະກິດ​ສຶກສາ, ບຳລຸງ​ສ້າງ ​ແລະ ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ວັດທະນະທຳກັບ​ສາກົນ.

ຂ່າວ/ບົດ​ອື່ນ