ພັດທະນາມະຫາວິທະຍາໄລເສດຖະກິດແຫ່ງຊາດກາຍເປັນມະຫາວິທະຍາໄລກຳນົດທິດຄົ້ນຄວ້າ

ພັດທະນາມະຫາວິທະຍາໄລເສດຖະກິດແຫ່ງຊາດກາຍເປັນມະຫາວິທະຍາໄລກຳນົດທິດຄົ້ນຄວ້າ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) – ​ ​ “ພັດທະນາ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ກາຍ​ເປັນ​ມະຫາວິທະຍາ​ໄລ​ກຳນົດທິດ​ຄົ້ນຄວ້າ” ສິ່ງ​ດັ່ງກ່າວ​​​ໂດຍທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ມະຫາວິທະ​ຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ (1956 - 2016) ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ໃນ​ສະພາວະ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິດ​ເຊິ່ງກ້ວາງ​ຂວາງ ພວມ​ເປີດ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍຫລາຍຢ່າງ, ຫວຽດນາມ ຄວນ​ມີ​ບັນດາ​ບຸກທະລຸ ​ເພື່ອ​ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ: ການພັດທະນາ​ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ແຖວ​ໜ້າ ​ແລະ ປະກອບສ່ວນ​ສ້າງລະບົບ​ຊີວະ​ພາບດຳ​ເນີນ​ອາຊີບ ​ແລະ ສ້າງ​ປະ​ເທດ​ດຳ​ເນີນ​ອາຊີບ​ຢ່າງ​ແທດ​ຈິງ. ທ່ານ​ນາຍົກລັດຖະມົນຕີປາດຖະໜາ​ວ່າ ​ໂຮງຮຽນ​ຈະສ້າງ ​ແລະ ປະຕິບັດ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຄູ​ອາຈານ, ພະນັກງານ​ຄຸ້ມ​ຄອງ, ດຶງ​ດູດ​ຄູ​ສອນ, ນັກວິທະຍາສາດ​ຕ່າງປະ​ເທດ ​ແລະ ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດມາ​ເຮັດວຽກ​ຢູ່​ມະ​ຫາ​ວິທະຍາ​ໄລ​; ​ເບິ່ງ​ແຍງ​ດູ​ແລ​ ຊີວິດ​ການ​ເປັນ​ຢູ່ທຸກ​ດ້ານ​ໃຫ້​ຖັນ​ແຖວ​ພະນັກງານ, ຄູ​ສອນ​; ​ເອົາ​ໃຈ​ໃສ່​ລົງທຶນດ້ານພື້ນຖານວັດຖຸ​ໃຫ້ໂຮງຮຽນ, ສ້າງ​ສະພາບ​ແວດ​ລ້ອມ ​ແລະ ບໍລິ​ເວນ​ຄົ້ນຄວ້າ​ວິ​ທະ​ຍາ​ສາດ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ປາດ​ຖະໜາ​ວ່າ: ມະຫາວິທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຍົກ​ສຸງຄຸນ​ນະພາ​ບວີຊາ​ການຢ່າງ​ບໍ່​ຢຸດ​ຢັ້ງ; ປ່ຽນ​ໃໝ່​ປະດິດ​ສ້າງ; ສາມັກຄີ, ສູ້​ຊົນ​ກໍ່ສ້າງ, ພັດທະນາ​ໂຮງຮຽນ​ໃຫ້​ກາຍ​ເປັນ​ມະຫາ​ວິທະຍາ​ໄລ​ກຳ​ນົດທິດ​ຄົ້ນຄວ້າ, ມະຫາ​ວິທະຍາ​ໄລຫລາຍ​ຂະ​ແໜງ​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ສາກ​ົນກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ, ບໍລິຫານ​ທຸລະ​ກິດ​ຄື​ຈຸດໝາຍ​ທີ່ໄດ້​ວາງ​ອອກ​.

 

ຂ່າວ/ບົດ​ອື່ນ