ພັດທະນາອຸດສາຫະກຳແລວ ເສດຖະກິດລ້າງເຊີນ-ຮ່າໂນ້ຍ- ຫາຍຟ່ອງ-ກວາງນິງ

ພັດທະນາອຸດສາຫະກຳແລວ ເສດຖະກິດລ້າງເຊີນ-ຮ່າໂນ້ຍ- ຫາຍຟ່ອງ-ກວາງນິງ - ảnh 1
ພັດທະນາແລວເສດຖະກິດລ້າງ​ເຊີນ-​ຮ່າ​ໂນ້ຍ-ຫາຍ​ຟ່ອງ-ກວາງ​ນິງ
(ພາບ:diaoconline.vn)

( vovworld ) – ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ ຫວູຮູຍຮ່ວາງ​ໄດ້​ເຊັ່ນ​ອະນຸມັດການວາງ​ແຜນ​ກຳນົດພັດທະນາອຸດສາຫະກຳ​ແລວ​ເສດຖະກິດ ລ້າງ​ເຊີນ-​ຮ່າ​ໂນ້ຍ-ຫາຍ​ຟ່ອງ-ກວາງ​ນິງ ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2025. ການ​ວາງ​ແຜນ​ກຳນົດ​ນີ້​ໄດ້​ກຳນົດ 8 ໝວດ​ຂະ​ແໜງອຸດສາຫະກຳ​ຈະ​ພັດທະນາ​ໃນ​ບັນດາ​ຂົງ​ເຂດ ກົນຈັກ; ຫຼອມ​ໂລຫະ, ​ເອ​ເລກ​ໂຕ​ນິກ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ; ປຸງ​ແຕ່​ງຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສະບຽງ​ອາຫານ ​ແລະ ​ເຄື່ອງ​ດື່ມ; ພະລັງ​ງານ; ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍີບ, ​ເກີບ​ໜັງ; ທາດ​ເຄມີ; ການ​ຜະລິດ​ວັດ​ສະ​ດຸ​ກໍ່ສ້າງ ​ແລະ​ອຸດສາຫະກຳ​ສຳຮອງ. ຕາມ​ນັ້ນ​ແລ້ວ, ລ້າງ​ເຊີນ ​ຈະ​ສຸມ​ໃສ່​ບັນດ​າຂົງ​ເຂດຄື​ຂຸດ​ຄົ້ນ, ຜະລິດ​ຊີມັງ, ​ໄຟຟ້າ, ​ປຸງ​ແຕ່​ໄມ້, ​ເຄື່ອງ​ປລາສະຕິກ ​ແລະ ພິ​ເສດ​ແມ່ນ​ເຂດ​ຜະລິດ​ສົ່ງ​ອອກ​ຮັບ​ໃຊ້​ການ​ກັນ​ບູດ, ຫຸ້ມຫໍ່, ຜະລິດ​ສິນຄ້າ​ສົ່ງ​ອອກ. ​ແຂວງ​ບັກ​ຢາງ ສຸມ​ໃສ່​ຂົງ​ເຂດ​ຜະລິດ​ອຸດສາຫະກຳ​ທາດ​ເຄມີ, ຟຸ່ນ, ຂຸດ​ຄົ້ນຖ່ານຫີນ, ຜະລິດ​ຫົວອາຫານ​ສັດ…. ຕາມ​ການ​ຄິດ​ໄລ່​ຂອງກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ​ ແລ້ວ, ​ເຂດ​​ເຕັກ​ໂນ​ໂລ​ຊີ​ສູງ, ​ເອ​ເລກ​ໂຕ​ນິກ, ຄອມ​ຟີ​ວ​ເຕີ​ຈະຕັ້ງຢູ່​ຮ່າ​ໂນ້ຍ ​ແລະ ບັກ​ນິງ. ​ເພື່ອ​ພັດທະນາ​ອຸດສາຫະກຳ​ແລວ​ເສດຖະກິດ​ດັ່ງກ່າວ, ກະຊວງ​ອຸດສາຫະກຳການ​ຄ້າ​ຫວຽດນາມ ກໍ​ຍົກ​ອອກ​ບັນຊີ​ລາຍ​ຊື່ 55 ​ໂຄງການ​ລົງທຶນ​ຕົ້ນຕໍ; ​ໃນ​ນັ້ນ ຈຳນວນ​ໂຄງການຂອງ​ຂະ​ແໜງ​ພະລັງງານ​ກວມ​ອັດຕາ​ສ່ວນ​ຫຼາຍ (​ແມ່ນ 13 ​ໂຄງການ). ທາງ​ກະຊວງ​ຍັງ​ສະ​ເໜີ​ໃຫ້​ຄະນະ​ກຳມະການ​ປະຊາຊົນ 8 ​ແຂວງ, ນະຄອນ ອີງ​ຕາມ​ການວາງ​ແຜນ​ກຳນົດ​ພັດທະນາ​ອຸດສາຫະກຳ​ແລວ​ເວດ​ຖະກິດ ​ເພື່ອສຳ​ຫຼວດ, ດັດປັບ​ເນື້ອ​ໃນ​ການວາງ​ແຜນ​ກຳນົດ​ພັດທະນາ​ອຸດສາຫະກຳ​​ໃນທ້ອງ​ຖິ່ນ​ໃຫ້​ເໝາະ​ສົມ.

 

 

 

ຂ່າວ/ບົດ​ອື່ນ