ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ກອງປະຊຸມສຳມະນາ ແນໃສ່ແລກປ່ຽນ, ແບ່ງປັນການກະທຳຂອງລັດຖະບານຫວຽດນາມ ທີ່ໄດ້ ແລະ ພວມຜັນຂະຫຍາຍກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ
ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: baotainguyenmoitruong.vn)

ຕອນບ່າຍວັນທີ 07 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ສົມທົບກັບສະຖານທູດໂຮນລັງ ປະຈຳຫວຽດນາມ, ທະນາຄານໂລກ (WB) ແລະ ອົງການສາກົນເພື່ອການອະນຸລັກທຳມະຊາດ (WWF) ໄດ້ຈັດກອງປະຊຸມສຳມະນາພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ ຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມສຳມະນາ ແນໃສ່ແລກປ່ຽນ, ແບ່ງປັນການກະທຳຂອງລັດຖະບານຫວຽດນາມ ທີ່ໄດ້ ແລະ ພວມຜັນຂະຫຍາຍກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ ໂດຍມີການເຂົ້າຮ່ວມຂອງການນຳ, ນັກຊ່ຽວຊານຈາກຫຼາຍປະເທດ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ແບ່ງປັນເນື້ອໃນທີ່ກ່ຽວຂ້ອງເຖິງສິ່ງທ້າທາຍໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ, ເນື້ອໃນຕົ້ນຕໍຂອງແຜນການແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (NAP) ແລະ ຄວາມຕ້ອງການດ້ານແຫຼ່ງກຳລັງເພື່ອປະຕິບັດ; ໜູນຊ່ວຍເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນອະນາຄົດ…

ຕອບກັບ

ຂ່າວ/ບົດ​ອື່ນ