ພັດທະນາເຄື່ອງໝາຍການຄ້າໃຫ້ວິສາຫະກິດ

ພັດທະນາເຄື່ອງໝາຍການຄ້າໃຫ້ວິສາຫະກິດ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 18/11, ຢູ່​ຮ່າ​ໂນ​້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາ​ຫະກຳ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະສະມາຄົມ​ຂາຍ​ຍ່ອຍຫວຽດນາມ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວຂໍ້​ວ່າ “ການ​ລົງທຶນ​ພັດທະນາເຄື່ອງໝາຍ​ການ​ຄ້າ ​ແລະ ລາຍ​ຈ່າຍ​ໂຄສະ​ນາ​ຂອງ​ວິ​ສາ​ຫະກິດ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ​້​ແທນ​ໄດ້​ຖື​ວ່າ ບັນດາ​ຊັບ​ສົມ​ບັດ​ທີ່​ບໍ່​ມີ​ຮູບ​ຮ່າງ​ຄື​: ຊັບ​ສິນ​ທາງ​ປັນຍາ, ກຳມະສິດ​ເຕັກ​ໂນ​ໂລ​ຊີ ​ແລະ ຜະລິດ​ຕະພັນ, ລະບົບ ​ແລະ ເຄື່ອງໝາຍ​ການ​ຄ້າ ​ເບິ່ງ​ລວມ​ແລ້ວ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສົມ​ເຫດ​ສົມ​ຜົນ. ສະ​ນັ້ນ, ປະຈຸ​ບັນ ຫວຽ​ດນາມ ​ຍັງ​ບໍ່​ທັນ​ມີ​ເຄື່ອງ​ໝາຍ​ການ​ຄ້າລະດັບ​ພາກ​ພື້ນ ​ແລະ ​ໂລກ. ​​ເພື່ອ​ສ້າງ​​ເຄື່ອງໝາຍ​ການ​ຄ້າ​ລະດັບ​ສາກົນ ​ແຕ່​ມີ​ສີ​ສັບ​ຫວຽດນາມ ​ໃຫ້​ໄດ້, ທ່ານ​ນາງ ຟ້າ​ມທິທຸ​ຮັ່ງ, ​ເລຂາ​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາ​ຫະກຳ​ຫວຽດນາມ ຖື​ວ່າ.

        “ພວກ​ເຮົາ​ຕ້ອງ​ປ່ຽນຈີນ​ຕະນາ​ການ​ກ່ຽວ​ກັບ​ເຄື່​ອງໝາຍ​ການ​ຄ້າ, ຈາກ​ວິ​ໄສ​ທັດ​ຍຸດ​ທະ​ສາດເຖິງ​ວິ​ໄສ​ທັດ​​ໄລຍະ​ຍາວ ​ແລະ ມີ​ລັກສະນະ​ຍຸດ​ທະ​ສາດ; ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ນ້ອຍ ​ເຖິງ​ການ​ເຄື່ອນ​ໄຫວສ້າງ​ເຄື່ອງໝາຍ​ການ​ຄ້າ​ຄື​ດດັ່ງຍຸດ​ທະ​ສາດ​ສັງລວມ. ພິ​ເສດ​​ແມ່ນ​ຕ້ອງ​ຖື​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າຄື​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ທີ່​ສຸດ ​​ເຊິ່ງໄດ້​ຮັບ​ການ​ຊີ​້ນຳ ນຳພາ​ຈາກ​ບັນດາ​ການ​ນຳ​ວິ​ສາ​ຫະກິດ.”

ຂ່າວ/ບົດ​ອື່ນ