ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານນັບທັງ 4 ເສົ້າຄຳ້

ພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານນັບທັງ 4 ເສົ້າຄຳ້ - ảnh 1
(ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ນັບ​ທັງ 4 ​ເສົ້າ​ຄຳ້)

(vovworld) –  ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານບົ່ນ 4 ​ເສົ້າ​ຄຳ​​້ເຊິ່ງລວມມີ​ແຫຼ່ງຊັບພະຍາ​ກອນ​ມະນຸດ, ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ພື້ນຖານ​ໂຄງ​ລ່າງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ.

        ທີ່​ກອງ​ປະຊຸມຄັ້ງ​ທຳ​ອິດ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ໃນ​ຕອນ​ເຊົ້າ​ວັນ​ທີ 26/06, ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ການ​ພັດທະນາ​ຂອງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ, ສຳຄັນ​ເຂົ້າ​ໃນການ​ຊຸກຍູ້​ການ​ພັດທະນາ​ເສດ​ຖະກິດ​ສັງຄົມ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ… ​ແຕ່​ວ່າ, ມີ​ບາງ​ຂົງ​ເຂດ​ພັດທະນາ​ຍັງ​ຊັກ​ຊ້າ​ຢູ່ ​ແລະ ປະສິດທິ​ຜົນ​ບໍ່​ທັນ​ສູງ ຍ້ອນ​ກົນ​ໄກ​ບໍ່​ທັນ​ເໝາະ​ສົມ, ບໍ່​ທັນ​ເສີມ​ຂະຫຍາຍ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ໄດ້. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ ການ​ພັດທະນາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານທັງ​ປະຕິບັດຢ່າງ​ຂ້ຽວ​ຂາດ ​ແລະ ຄົບ​ຊຸດ​ຢູ່​ທັງ 4 ​ເສົ້າ​ຄຳ້, ຖື​ນີ້​ແມ່ນ​ວິທີ​ຜະລິດ​ໃໝ່, ​ເພື່ອ​ແນ​ໃສ່​ຍົກ​ສູງສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນຖານ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ຄຸມ​ຄອງ, ມີ​ປະສິດທິ​ຜົນ​​ໃນການ​ບໍລິຫານ​ຂອງ​ລັດຖະບານ… ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກ່າວ​ວ່າ.

        “ພວກ​ເຮົາ​ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ, ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ, ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ ຫວຽດນາມ ​ແມ່ນ​ປະ​ເທດ​ມີເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຢ່າງ​​ແຂງ​ແຮງ ​ແລະ ບົນ​ພື້ນຖານ​ນີ້ ຫວຽດນາມ ຖື​ນີ້​ເປັນ​ວິທີຜະລິດ​ໃໝ່. ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຕັດສິນ​ໃຈ​ຍູ້​ແຮງ​ການ​ນຳ​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ, ວຽກ​ງານບໍລິຫານ ​ເພື່ອ​ຕອບ​ສະ​ໜອງຄວາມ​ຕ້ອງການ​ສະ​ໜອງ​ການ​ບໍລິການ​ນຳ​ໃຊ້, ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ວິ​ສາ​ຫະກິດ ​ແລະ ປະຊາຊົນ”.

ຂ່າວ/ບົດ​ອື່ນ