ພັດທະນາເສດຖະກິດ ກວາງບິ່ງ ໃຫ້ວ່ອງໄວ ແລະ ຍືນຍົງ

(VOVWORLD) - ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົົນເຊິ່ງປະຊາຊົນແຂວງ ກວາງບິ່ງ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ຫວັງວ່າແຂວງ ຈະປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໄດ້ເປັນຢ່າງດີ
 
ພັດທະນາເສດຖະກິດ ກວາງບິ່ງ ໃຫ້ວ່ອງໄວ ແລະ ຍືນຍົງ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: Thống Nhất/TTXVN)

ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນ ດົ່ງເຫີຍ, ແຂວງ ກວາງບິ່ງ ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນປະທານ ໂຮ່ຈີມິນ ມາຢ້ຽມຢາມແຂວງ ກວາງບິ່ງ (16/6/1957 – 16/6/2022).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົົນເຊິ່ງປະຊາຊົນແຂວງ ກວາງບິ່ງ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ຫວັງວ່າແຂວງ ຈະປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໄດ້ເປັນຢ່າງດີ, ສົມກັບຄວາມມຸ່ງມາດປາດຖະໜາຂອງເພິ່ນກ່ຽວກັບແຂວງ ກວາງບິ່ງ:

        “ທີໜຶ່ງແມ່ນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງແຂວງ “ສອງເກັ່ງ”, ປຸກລຸກການພັດທະນາ, ຊຸກຍູ້ນ້ຳໃຈສາມັກຄີ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ. ທີສອງແມ່ນ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແຕ່ຕ້ອງຮັບປະກັນລັກສະນະຍືນຍົງບົນພື້ນຖານຫັນປ່ຽນຮູບແບບການເຕີບໂຕເສດຖະກິດ ຈາກການອີງໃສ່ການເຕີບໂຕການລົງທຶນດ້ານທຶນຮອນ ແລະ ການຫັນປ່ຽນແຮງງານໄປອີງໃສ່ປະລິມານການຜະລິດບັນດາປັດໄຈສັງລວມ”

ຕອບກັບ

ຂ່າວ/ບົດ​ອື່ນ