ພັດທະນາແຂວງ ກວາງນິງ ໃຫ້ກາຍເປັນສູນຂະຫຍັນຂັນເຄື່ອນ, ຮອບດ້ານ, ສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ.
ພັດທະນາແຂວງ ກວາງນິງ ໃຫ້ກາຍເປັນສູນຂະຫຍັນຂັນເຄື່ອນ, ຮອບດ້ານ, ສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 28 ສິງຫາ, ຢູ່ນະຄອນ ຮະລອງ, ແຂວງ ກວາງນິງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງແຂວງ (30 ຕຸລາ 1963 – 30 ຕຸລາ 2023), ດ້ວຍຫົວຂໍ້ “ຄວາມຄາດຫວັງ ສ້າງສາແຂວງ ກວາງນິງ ເປັນແບບຢ່າງ, ຮັ່ງມີ ສວຍງາມ, ສີວິໄລ, ທັນສະໄໝ”. ພິທີສະເຫຼີມສະຫຼອງຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຂອງກວ່າ 10.000 ຄົນ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຂອງແຂວງ ກວາງນິງ ໃນຊຸມປີຜ່ານມາ, ທາງແຂວງຍິ່ງຢືນຢັນບົດບາດ, ທີ່ຕັ້ງເປັນຂົ້ວໜຶ່ງຂອງການເຕີບໂຕທາງພາກເໜືອ. ທ່ານປະທານປະເທດປາດຖະເໜາວ່າ, ແຂວງ ກວາງນິງ ຕ້ອງສືບຕໍ່ພັດທະນາ, ກາຍເປັນສູນທ່ອງທ່ຽວສາກົນ, ສູນເສດຖະກິດທະເລ, ປະຕູຂອງເຂດເສດຖະກິດຈຸດສູມທາງພາກເໜືອ ແລະ ຂອງທົ່ວປະເທດ. ທ່ານປະທານປະເທດ ສະເໜີວ່າ:

ເສີມຂະຫຍາຍປະຊາທິປະໄຕ, ກຳລັແຮງຂອງກຸ່ມກ້ອມມະນາສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ເອົາໃຈໃສ່ຍົກສູງຄຸນນະພາບຖັນແຖວພະນັກງານການນຳ, ພະນັກງານຄຸ້ມຄອງ, ພາລະກອນ, ລັດຖະກອນໃນລະບົບານເມືອງ. ເອົາໃຈໃສ່ສ້າງຊົນຊັ້ນກຳມະກອນໃຫ້ໝັ້ນຂົງເຂັ້ມແຂງ, ເປັນກຳລັງນຳໜ້າໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາຂອງແຂວງຢ່າງແທຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ