ພິທີຊຸມນຸມມິດຕິງ ສັບປະດາທະເລ ໝູ່ເກາະຫວຽດນາມປີ 2013

ພິທີຊຸມນຸມມິດຕິງ ສັບປະດາທະເລ ໝູ່ເກາະຫວຽດນາມປີ 2013 - ảnh 1
ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີຫວຽດນາມ ວູ້ວັນ​ນິງ
ກ່າວ​ຄຳ​ເຫັນ​ທີ່ ພິທີ​ຊຸມນຸມ​ມິດ​ຕິງ​  
 (ພາບ: quandoinhandan)

Vovworld- ຕອນ​ເຊົ້າ​ວັນ​ທີ 8/6, ພິທີ​ຊຸມນຸມ​ມິດ​ຕິງ​ຕອບ​ສະໜອງ​ວັນ​ມະຫາ​ສະໝຸດ​ໂລກ 8/6 ​ແລະ ສັບປະດາ​ທະ​ເລ ໝູ່​ເກາະ​ຫວຽດນາມ​ປີ 2013 ຖືກ​ຈັດຂຶ້ນ​ຢູ່​ເຂດ​ທ່ອງ​ທ່ຽວ​ທະ​ເລ ທຽນ​ເກີ​ມ, ​ເມືອງ ​ເກີ​ມຊວຽນ ​ແຂວງ ຮ່າ​ຕິ້ງ. ນີ້​ແມ່ນ​ເຫດການ​ປະຈຳ​ປີ ມີ​ຂອບ​ຂະໜາດ​ລະດັບ​ຊາດ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ​ຈັດ​ຕັ້ງ​ຂຶ້ນ. ດ້ວຍ​ຫົວ​ເລື່ອງ “ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ” ສັບປະດາ​ທະ​ເລ ໝູ່​ເກາະ​ຫວຽດນາມ​ປີນີ້ ມຸ່ງ​ໄປ​ສູ່​ຈຸດໝາຍ​ສືບ​ຕໍ່​ຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງທະເລໝູ່ເກາະ ໃນພາລະກິດທີ່ມີຕໍ່ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມ ສະຫງົບ. ກ່າວ​ຄຳ​ເຫັນ​ທີ່ ພິທີ​ຊຸມນຸມ​ມິດ​ຕິງ​ຕອບ​ສະໜອງ​ວັນ​ມະຫາ​ສະໝຸດ​ໂລກ 8/6 ​ແລະ ສັບປະດາ​ທະ​ເລ ໝູ່​ເກາະ​ຫວຽດນາມ​ປີ 2013, ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີຫວຽດນາມ ວູ້ວັນ​ນິງ ​ເນັ້ນ​ໜັກ​ວ່າ :

   “ ສືບ​ຕໍ່​ກໍ່ສ້າງ ​ແລະ ສ້າງ​ລະບົບ​ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບ​ທະ​ເລ​ໃຫ້​ສົ​ມບູນ​ແບບ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂຸດ​ຄົ້ນ​ແຫຼ່ງຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ ການ ປ້ອງກັນຊາດປ້ອງກັນຄວາມສະຫງົບ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ຮີບ​ເຮັ່ງ​ສ້າງສຳ​ເລັດ​ເອກະສານ​ແນະນຳ ​ແລະ ປະຕິບັດ​ກົດໝາຍວ່າ​ດ້ວຍ​ທະ​ເລ​ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ ​ແລະ ປະຕິບັດ​ບັນດາ​ສົນທິສັນຍາ​ສາກົນ​ຊຶ່ງ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເຂັ້ມ​ງວດ ”

     ​ໂດຍ​ແມ່ນ​ທ້ອງ​ຖິ່ນ​ຕັ້ງ​ຢູ່​ແຄມ​ທະ​ເລ, ​ແຂວງ​ຮ່າ​ຕິ້ງ​ກຳນົດ​ວ່າ ​ເສດຖະກິດ​ທະ​ເລ​ແມ່ນ​ປາຍ​ແຫຼມ​ເພື່ອ​ພັດທະນາ, ກຳນົດ​ການ​ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນ​ຍົງ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈປົກ​ປັກ​ຮັກສາ​ຊັບພະຍາກອນ​ທະ​ເລ ​ແລະ ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ບົນ​ທະ​ເລ. ທ່ານ ວໍ້​ກິມກຶ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ຕິ້ງ​ໃຫ້​ຮູ້​ວ່າ :

    “ ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ, ສ້າງ​ກາ​ນຫັນປ່ຽນ​ພື້ນຖານ​ໃນ​ການ​ຮັບ​ຮູ້​ການ​ກະທຳ​ຂອງ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ, ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ເຂດ​ທະ​ເລ​ໝູ່​ເກາະ. ກ່ອນ​ອື່ນໝົດ ​ແມ່ນ​ຜັນຂະຫຍາຍ​ວຽກ​ງານ​ວາງ​ແຜນ​ກຳນົດ, ​ໃນ​ນັ້ນ​ກຳ​ນົດທິດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ​ເຂດ​ເສດຖະກິດ​ວູ້ງອ້າງ ” 

ຂ່າວ/ບົດ​ອື່ນ