ພິທີຊົມເຊີຍຜົນສຳເລັດຂອງວຽກງານ ປັກຫລັກໝາຍຖີ່, ບູລະນະຫລັກໝາຍ ຊາຍແດນຫວຽດນາມ-ລາວ ຢູ່ພື້ນທີ່ຕົວຈິງ

ພິທີຊົມເຊີຍຜົນສຳເລັດຂອງວຽກງານ ປັກຫລັກໝາຍຖີ່, ບູລະນະຫລັກໝາຍ ຊາຍແດນຫວຽດນາມ-ລາວ ຢູ່ພື້ນທີ່ຕົວຈິງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ຢູ່ຫລັກໝາຍເລກ 460
ພາບ:truongtansang.net

(vovworld)- ຕອນ​​ເຊົ້າ​ວັນ​ທີ 9/7 ຢູ່ດ່ານ​ສາກົນ​ແທງ​ຖູ​ຍ​ແຂວງ​ເຫ​ງະອານຂອງ​ຫວຽດນາມ ​ແລະ ນ້ຳອອນ​ແຂວງ​ບໍ​ລິຄຳ​ໄຊຂອງ​ລາວ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ  ​ ​ແລ​ະ​ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ເປັນ​ປະທານຮ່ວມພິທີ​ຊົມເຊີຍຜົນສຳ​ເລັດ​ຂອງ​ວຽກ​ງານ​ປັກ​ຫລັກໝາຍ​ຖີ່, ບູລະນະ​ຫລັກ​ໝາຍ​ຊາ​ຍ​ແດນ​ສອງ​ປະ​ເທດ​ໃນ​​ພື້ນ​ທີ່​ຕົວ​ຈິງ ​ແລະ ​ເປີດ​ສະຫຼອງ​​ຫຼັກ​ໝາຍ​ໃຫ່ຍ​ເລກທີ 460. ພາຍຫລັງ​ຜັນ​ຂະຫຍາຍ​ໂຄງການ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ບູລະນະ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ສອງ​ຝ່າຍ​ໄດ້​ກໍ່ສ້າງ​ລະບົບ​ຫລັກ​ໝາຍ​ຊາຍ​ແດນ​ດ້ວຍ​​ 835 ຫລັກ​ໝາຍ ເຮັດດ້ວຍຫີນ​​ແກ້ວຢ່າງຖາວອນຢູ່​ 793 ຈຸດ​ທີ່​ຕັ້ງ ​ແລະ ປັກ​ຫລັກ​ໝາຍ​ບອກ​ທິດ​ເພີ່ມ 20 ຫລັກ​ໝາຍ​ຢູ່​ເຂດ​ຊາຍ​ແດນ​ມີ​ຄວາມ​ຍາວ 2.067 ກິ​​ໂລ​ແມັດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນັ້ນໜັກວ່າ: ວຽກ​ງານ​ປັກ​ຫລັກ​ໝາຍ​ຖີ່, ບູລະນະ​ຫລັກ​ໝາຍ​ຊາ​ຍ​ແດນ​ສອງ​ປະ​ເທດ​ຫວຽດນາມ-ລາ​ວ ​ແມ່ນ​ສັນຍາ​ລັກ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ບໍລິສຸດ​ຜຸດ​ຜ່ອງລະຫວ່າງ​ຫວຽດນາມ-​ລາວ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອກະ​ພາບ​ຢ່າງ​ສູງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ທຸກ​ຂັ້ນ ​ແລະ ປະຊາຊົນ​ສອງ​ປະ​ເທດ. ​ເລື່ອງ​ປະຕິບັດ​ວຽກ​ງານ​ປັກ​ຫລັກ​ໝາຍ​ຖີ່, ບູລະນະ​ລະບົບ​ຫລັກ​ໝາຍ​ຊາຍ​ແດນ​ສອງ​ປະ​ເທດ​ຈະສ້າງ​ເງື່ອ​ນໄຂ​ສະດວກ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​​ຊາຍ​ແດນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ….ປະກອບສ່ວນ​ປັບປຸງ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “ພິທີ​ຊົມ​ເຊີຍ​ການ​ປັກ​ຫລັກ​ໝາຍ​ໃຫຍ່ 460 ສຳ​ເລັດ ​ເປັນ​ຂີດ​ໝາຍ​ຂອງ​ການ​ປະຕິບັດ​ວຽກ​ງານ​ປັກ​ຫລັກ​ໝາຍ​ຖີ່, ບູລະນະ​ຫລັກ​ໝາຍ​ຊາຍ​ແດນ​ຢູ່​ພື້ນ​ທີ່​ຕົວ​ຈິງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ໄຊຊະນະ​ລວມຂອງ​ສອງ​ປະ​ເທດ​ພວກ​ເຮົາ​ໃນ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ພ້ອມ​ກັນ​ພັດທະນາ. ​ເຫດການ​ນີ້​ແມ່ນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ, ຮ່ວມ​ມື​ພັດທະນາ​ເສດຖະກິດ​ຂອງ​ສອງ​ແຂວງ ​ເຫ​ງ້ອານ ​ແລະ ບໍລິ​ຄຳ​ໄຊ ພ້ອມ​ທັງ​ເປີດ​ກາລະ​ໂອກາດ​ໃຫມ່​​ໃນ​ການ​ຊຸກຍູ້​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​, ນັກ​ລົງທຶນ​ສອງ​ປະ​ເທດ ​ແລະ ສາກົນ ​ເຂົ້າ​ບໍລິ​ເວນ​ນີ້, ​ເຮັດ​ໃຫ້​ດ່າ​ນຊາຍ​ແດນ ​ແທງ​ຖູ​ຍ- ນ້ຳ​ອອນກາຍ​ເປັນ​ສະຖານ​ທີ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.”

       ສ່ວນທ່ານ​ນາຍ​ົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຢືນຢັນຄວາມ​ຕັດສິນ​ໃຈ​ຂອງ​ລັດຖະ​ບານ ​ແລະ ປຊຊ ລາວ ​ແມ່ນສົມທົບ​ກັບ​ລັດ​ທະ​ບານ ​ແລະ ປຊຊ ຫວຽດນາມ ສ້າງ​ເສັ້ນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​​ເປັນ​ເສັ້ນຊາຍ​ແດນແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພ້ອມກັນ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ​ ທຳ​ມະ​ວົງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ຂັ້ນ​ສູນ​ກາງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກຳລັງ​ປະກອບ​ອາວຸດ ​ແລະ ປຊຊ ທັງ​ໝົດ​ຂອງ​ສອງ​ປະ​ເທດ​ຈົ່ງ​ປະກອບ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປົກ​ປັກ​ຮັກສາ​ຫລັກ​ໝາຍ​ຊາຍ​ແດນ, ​ເຄົາລົບ​ອະທິປະ​ໄຕ ​ແລະ ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ ​ແລະ ຊ່ວຍ​ເຫລືອ​ກັນ​ໃນ​ທຸກ​ດ້ານ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ຍາວ​ນານ​ຂອງ​ສອງ​ປະ​ເທດ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໄປຢ້ຽມຢາມ ຮາກຖານການຜະລິດຈຳນວນຫນຶ່ງຢູ່ ແຂວງ ເຫງ້ອານ ແລະ ຢ້ຽມຢາມ ຮູບແບບປູກ ແລະ ພັດທະນາຕົ້ນຢາງພາລາຢູ່ ຕາແສງ ແທນດືກ ເມືອງ ແທນເຈືອງ ແຂວງເຫງ້ອານ.

      ນາຍົກລັດ​ຖະມົນຕີ​ທັງສອງ​ທ່ານ​ສະ​ເຫ​ນີບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ​ຮີບ​ເຮັ່ງ​ສ້າງ ​ແລະ ລົງ​ນາມ​ໃນ​ບັນດາ​ເອກະສານ​ນິຕິ​ກຳ​ກ່ຽວ​ຂ້ອງ​ເຖິງ​ຊາຍ​ແດນ, ຕັດສິນ​ໃຈ​ສຳ​ເລັດ​ວຽກ​ງານ​ທີ່​ຍັງ​ເຫລືອ​ຂອງ​ໂຄງການ​ປັກ​ຫລັກ​ໝາຍ​ຖີ່, ບູລະນະ​ລະບົບ​ຫລັກ​ໝາຍ​ຊາ​ຍ​ແດນ​ ຫວຽດນາມ - ລາວ ​ໃນ​ປີ 2014.

ພິທີຊົມເຊີຍຜົນສຳເລັດຂອງວຽກງານ ປັກຫລັກໝາຍຖີ່, ບູລະນະຫລັກໝາຍ ຊາຍແດນຫວຽດນາມ-ລາວ ຢູ່ພື້ນທີ່ຕົວຈິງ - ảnh 2 

ທ່ານ​ຟ້າ​ມບິງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ

(ພາບ:tgvn.com.vn)

   ​ໃນ​ໂອກາດ​ນີ້, ​ເມື່ອ​ຕອບ​ສຳ​ພາກ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ຟ້າ​ມບິງ​ມິ​ງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ຂິດ​ເສັ້ນຊາຍ​ແດນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ໃນ​ເຂດ​ດິນ​ຕໍ່​ແຜ່ນ​ໄດ້​ເນັ້ນຫນັກ​ວ່າ:

   ”​ເຫດການ​ນີ້​ມີ​ຄວາມ​ໝາຍ​ດ້ານ​ການ​ເມື​ອງອັນ​ໃຫ່ຍຫຼວງ​ທີ່​ສຸດ ຊື່​ງສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ສູງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປຊຊ ສອງ​ປະ​ເທດ, ​ແມ່ນ​ສັນຍາ​ລັກຢ່າງ​ມີ​ຊີວິດ​ຊີວາ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມມືຮອບດ້ານລະຫວ່າງ​ສອງ​ປະ​ເທດ​ບົນ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ຜືນ​ແຜ່ນດິນ​ທີ່​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ, ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ ​ເພື່ອ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມມື​ພ້ອມ​ກັນ​ພັດທະນາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ ປຊຊ ສອງ​ປະ​ເທດ. ​ໂຄງການປັກ​ຫລັກ​ໝາຍ​ຖີ່, ບູລະນະ​ຫລັກ​ໝາຍ​ຊາ​ຍ​ແດນ​ສອງ​ປະເທດ​ຫວຽດນາມ-ລາ​ວ ຈະ​ໄດ້ຮັບການ​ປະຕິບັດ​ສຳ​ເລັດ​ໃນ​ປີ 2014 ປະກ​ອບ​ສ່ວນ​ສຳຄັນ​ໃນ​ການ​ສ້າງເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ລາວ ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ ປຊຊ ສອງ​ປະ​ເທດ”.

   ຫວຽດນາມ ​ແລະ ລາວ ມີ​ເສັ້ນຊາຍ​ແດນລວມ​ທີ່​ມີ​ລວງ​ຍາວ 2067 ກມ ​ຊື່​ງຕິດ​ກັບ 10 ຄູ່​ແຂວງ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ ​ແລະ ຕາ​ເວັນ​ຕົກ​ສຽງ​ເໜືອ. ​ເພື່ອ​ແນ​ໃສ່​ສ້າງ​ລະບົບ​ເສົາ​ຫຼັກ​ໝາຍຊາຍ​ແດນ​ແຫ່ງ​ຊາດ​ທີ່ທັນ​ສະ​ໄໝ, ​ເໝາະ​ສົມ​ກັບ​ເງື່ອ​ນໄຂ​ຕົວ​ຈິງ​ຂອງ​ແ​ແຕ່ລະ​ປະ​ເທດ. ຕອບ​ສະໜອງ​ຄວາມ​ຮຽກຣ້ອງຕ້ອງການ​ຂອງ​ວຽກງານ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ເສັ້ນຊາຍ​ແດນ​​ໃນສະພາບ​ການ​ໃໝ່, ນັບ​ແຕ່​ປີ 2008, ສອງ​ປະ​ເທດ​ໄດ້​ສົມທົບ​ກັນ​ຜັນ​ຂະຫຍາຍ​ໂຄງການປັກ​ຫລັກ​ໝາຍ​ຖີ່, ບູລະນະ​ຫລັກ​ໝາຍ​ຊາ​ຍ​ແດນ​ສອງ​ປະ​ເທດ​ຫວຽດນາມ-ລາ​ວ. ຈຸດ​ສຸມ​ຂອງ​ໂຄງການ​ແມ່ນ​ເພີ່ມ​ຈຳນວນ​ເສົາ​ຫຼັກ​ໝາຍ, ບູລະນະ, ກໍ່ສ້າງ​ໃໝ່​ເສົາ​ຫຼັກ​ໝາຍ​ທີ່​ມີ​ໃນ​ປະຈຸ​ບັນ ​ເພື່ອ​ເຮັດ​ແຈ້ງ​ເສັ້ນຊາຍ​ແດນ​ຢູ່​ພື້ນ​ທີ່​ຕົວ​ຈິງ, ບໍ່​ດຳ​ເນີນ​ການ​ຂີດ​ເສັ້ນຊາຍ​ແດນ​ຄືນ​ໃໝ່ ພ້ອມ​ທັງ​ປັບປຸງ​ສຳ​ເນົາ​ເອກະສານ​ດ້ານ​ກົດ​ໝາຍກ່ຽວ​ກັບ​ເສັ້ນຊາຍ​ແດນ​ຫວຽດນາມ-​ລາວ​ ​ໃຫ້ສຳ​ເລັດ​.

 

ຂ່າວ/ບົດ​ອື່ນ