ພິທີຍ້ອງຍໍສັນລະເສີນ ແລະ ມອບລາງວັນ “ເມື່ອປະເທດຊາດ ຕ້ອງການ”

ພິທີຍ້ອງຍໍສັນລະເສີນ ແລະ ມອບລາງວັນ “ເມື່ອປະເທດຊາດ ຕ້ອງການ” - ảnh 1
ສະ​ເຫຼີ​ມສະຫຼອງ 56 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ
(ພາບ: doanthanhnien.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 15/10, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 56 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ (1956 - 2012), ຍ້ອງຍໍສັນລະ​ເສີນ ​ແລະ ມອບ​ລາງວັນ “​ເມື່ອ​ປະ​ເທດຊາດ​ຕ້ອງການ” ​ໃຫ້​ແກ່ 56 ກອງ, ຫົວໜ້າ​ກຸ່ມ​ຊາວ​ໜຸ່ມ​ດຳ​ເນີນ​ທຸລະ​ກິດ​ເກັ່ງ. ຊາວ​ໜຸ່ມ​ດີ​ເດັ່ນ 56 ຄົນ​ທີ່​ໄດ້​ຮັບ​ລາງວັນ “​ເມື່ອ​ປະ​ເທດຊາດ​ຕ້ອງການ” ​ແລະ ຍ້ອງຍໍບັນດາກອງ, ຫົວໜ້າ​ກຸ່ມ​ຊາວ​ໜຸ່ມ​ດຳ​ເນີນ​ທຸລະ​ກິດ​ເກັ່ງ ​ແລະ ​ເຄື່ອນ​ໄຫວ​ຜະລິດດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ແຕກ​ຕາງ​ກັນ​ຄື: ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ຄ້າ​ເອ​ເລກ​ໂຕ​ນິກ, ທີ່​ປຶກສາ​ອອກ​ແບບ​ກໍ່ສ້າງ, ຜະລິດ​ດຳ​ເນີນ​ທຸລະ​ກິດ​ຫີນ​ກໍ່ສ້າງ, ລ້ຽ​ງສັດ… ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Nguyen Phuoc Loc, ປະທານສູນ​ກາງ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ ຊີ້​ແຈ້​ງວ່າ

“​ໃນ​ແຕ່ລະ​ໄລຍະ​ທາງ​ຂອງ​ພັກ, ດ້ວຍ​ບົດບາດ​ເປັນ​ແກ່ນສານ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່​ຈິ​ມິນ, ສະຫະພັນຊາວ​ໜຸ່ມ​ຫວຽດນາມ ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິຍົມ​​ໄວ້​ຢ່າງ​ໝັ້ນຄົງ. ນັ້ນ​ແມ່ນ​ຈິດ​ໃຈ “ຄວາມສາມັກຄີ​ສະໜິດຕິດ​ພັນ​ນຳ​ກັນ, ພ້ອມ​ກັນ​ກ້າວ​ໜ້າໃນ​ອົງການ​ຈັດ​ຕັ້ງ​ສະມາຄົມ, ​ເຊື້ອ​ໝັ້ນ, ມີ​ຄວາມ​ເອກອ້າງທະ​ນົງ​ໃຈ ​ແລະ ພະຍາຍາມ​ອອກ​ແຮງ​ສ້າງ​ສະຫະພັນຊາວ​ໜຸ່ມ​ຫວຽດນາມ ​ເພື່ອ​ແນ​ໃສ່​ສາມັກຄີ​ເຕົ້າ​ໂຮມ ​ແລະ ສ້າງ​ແຫຼ່ງ​ຊາວ​ໜຸ່ມ​ທີ່​ກ້າ​ໄປ​ທຸກ​ບ່ອນ​ທີ່​ລຳ​ບາກກາກ​ກຳ​ທີ່​ສຸດ, ​ເມື່ອ​ພັກ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ຮຽກຮ້ອງ​ຕ້ອງ​ການ​ຊາວ​ໜຸ່ມ​ຂານ​ອາສາ”.

ຂ່າວ/ບົດ​ອື່ນ