ພິ​ທີ​ປຸກ​ລະ​ດົມ​ສັບ​ປະ​ດາ​ທະ​ເລ ແລະ ເຂດ​ໝູ່​ເກາະ​ຫວຽດ​ນາມ

(VOVWORLD) - ວັນທີ 1 ມິຖຸນາ, ຢູ່ນະຄອນບາກລຽວ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງບາກລຽວ ຈັດພິທີປຸກລະດົມສັບປະດາທະເລ ແລະ ເຂດໝູ່ເກາະຫວຽດນາມ, ເດືອນກະທຳເພື່ອສິ່ງແວດລ້ອມ ຕອບສະໜອງວັນມະຫາສະມຸດໂລກ ແລະ ວັນສິ່ງແວດລ້ອມໂລກ 2019.
ພິ​ທີ​ປຸກ​ລະ​ດົມ​ສັບ​ປະ​ດາ​ທະ​ເລ ແລະ ເຂດ​ໝູ່​ເກາະ​ຫວຽດ​ນາມ - ảnh 1

ລາຍການສະແດງສິລະປະທີ່ພິທີປຸກລະດົມ

 (ພາບ: TTXVN )

     ກ່າວຄຳເຫັນຊີ້ນຳທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຈິງດິງຢູ້ງ ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ພ້ອມກັບປະຊາຄົມໂລກ ປົກປັກຮັກສາສິ່ງແວດລ້ອມ, ຮັກສາສີຟ້າຂອງທະເລ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອປົກປັກຮັກສາສິ່ງແວດລ້ອມ, ທະເລ ແລະ ໝູ່ເກາະໃນລະດັບສາກົນ, ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຈິງດິງຢູ້ງ ເວົ້າວ່າ:

   ສົ່ງເສີມບັນດາວິສາຫະກິດ, ປະຊາຊົນຜະລິດ ແລະ ນຳໃຊ້ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຍ້ອງຍໍຊົມເຊີຍຢ່າງທັນການ, ເຊີດຊູ, ມອບລາງວັນບັນດາແບບຢ່າງດີເດັ່ນ, ຮູບແບບດີ, ວິທີເຮັດທີ່ດີ, ຂໍລິເລີ່ມທີ່ມີຄນຄ່າໃນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ອະນຸລັກຮັກສາຊີວະນານາພັນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີທະເລຕ້ອງເອົາໃຈໃສ່ເປັນປະຈຳ, ມີບັນດາມາດຕະການກວມລວມ ໃນການໜູນຊ່ວຍເງື່ອນໄຂທີ່ຈຳເປັນເພື່ອຮັບປະກັນການທຳມາຫາກິນໃຫ້ແກ່ປະຊາຊົນເຂດໝູ່ເກາະທະເລ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນເຂດໝູ່ເກາະທະເລ.


ຕອບກັບ

ຂ່າວ/ບົດ​ອື່ນ