ພິທີປິດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ - ກຳປູເຈຍ ປີ 2017

(VOVWORLD) -  ຕອນຄ່ຳວັນທີ 11 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນພິທີປິດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ - ກຳປູເຈຍ ປີ 2017. 
ພິທີປິດງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ - ກຳປູເຈຍ ປີ 2017 - ảnh 1 ພາບປະກອບ

ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດມາມ - ກຳປູເຈຍ ແມ່ນການເຄື່ອນໄຫວຂ່ຳນັບຊົມເຊີຍ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ (24/06/1967 – 24/06/2017). ໃນໄລຍະ 3 ວັນ ແຕ່ວັນທີ 09 - 11 ກັນຍາ, ຄະນະຜູ້ແທນຂັ້ນສູງຊາວໜຸ່ມ ຫວຽດນາມ - ກຳປູເຈຍ ໄດ້ມີການເຄື່ອນໄຫວຟົດຟື້ນ (ອຸອົມສົມບູນຫຼາຍຢ່າງ), ຢູ່ແຂວງບິ່ງເຢືອງ ແລະ ນະຄອນໂຮ່ຈີມິນ ເຊັ່ນ: ການພົບປະເຈລະຈາຂັ້ນສູງສະຫະພັນຊາວໜຸ່ມ ຫວຽດນາມ - ກຳປູເຈຍ; ການພົບປະແລກປ່ຽນວັດທະນະທຳສິນລະປະ; ຢ້ຽມຢາມເຂດປູສະນີຍະສະຖານປະຫວັດສາດທີ່ມີຊື່ສຽງບາງບ່ອນ; ຢ້ຽມຊົມຮູບຈຳລອງເຂດເສດຖະກິດຊົນນະບົດທີ່ເປັນສັນຍາລັກ… ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ - ກຳປູເຈຍ 2017 ແມ່ນໂອກາດເພື່ອສືບຕໍ່ຮັດແໜ້ນການພົວພັນຖານອ້າຍນ້ອງແບບພິເສດ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຊາວໜຸ່ມໃນໄລຍະຈະມາເຖິງລະຫວ່າງສະຫະພັນຊາວໜຸ່ມສອງປະເທດເຊິ່ງສອງພັກ, ສອງລັດໄດ້ເປັນເອກະພາບນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ