ພິທີພາວະນາຂໍຄວາມຢູ່ເຢັນເປັນສຸກຂອງປະຊາຄົມຊາວຫວຽດນາມຢູ່ອິນເດຍ

ພິທີພາວະນາຂໍຄວາມຢູ່ເຢັນເປັນສຸກຂອງປະຊາຄົມຊາວຫວຽດນາມຢູ່ອິນເດຍ - ảnh 1
ພິທີພາວະນາຂໍຄວາມຢູ່ເຢັນເປັນສຸກຂອງປະຊາຄົມຊາວຫວຽດນາມຢູ່ອິນເດຍ
(ພາບ: HuyBinh)

(vovworld) – ວັນ​ທີ 28/1 (ວັນ​ທີ 1 ຂອງ​ບຸນ​ເຕັດ), ຢູ່​ວັດ Buddha Vihara , ນະຄອນຫຼວງ ນິວ​ເດ​ລີ, ຜູ້ຕາງໜ້າ​ນັກຮຽນ​ສົງ ​ແລະ ສະຖານທູດ ຫວຽດນາມ ປະຈຳ ອິນ​ເດຍ ​ໄດ້​ຈັດ​ຕັ້ງ​ ພິທີ​ພາວະນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່, ​ແລະ ຂໍ​ໃຫ້​ປີ​ໃໝ່​ມີສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ຜາ​ສຸກ ​ແລະ ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ. ທີ່​ພິທີ, ທ່ານ ​ໂຕນ​ຊິງ​ແທ່ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ປະຈຳ ອິນ​ເດຍ ​ໃຫ້​ຮູ້​ວ່າ, ​ໄປ​ວັດ​ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫົງ​ບ, ປະຊາຊົນ ຢູ່​ເຢັນ​ເປັນ​ສຸກ ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃໝ່ ​ແມ່ນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາວ ຫວຽດນາມ, ​ເຊິ່ງປະຊາ​ຄົມ​ຊາວ ຫວຽດນາມ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ຊາວ ຫວຽດນາມ ຢູ່​ອິນ​ເດຍ ​ໄດ້​ຮັກສາ​ໄວ້. ທ່ານ​ຢືນຢັນ​ວ່າ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ອິນ​ເດຍ ນັບ​ມື້​ນັບ​ມີ​ຄວາມ​ສະໜິດ​ຕິດ​ພັນ, ສາມັກຄີ ​ແລະ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ປະ​ເທດ​ຊາດ ກໍ່​ຄື​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ - ອິນ​ເດຍ.

ຂ່າວ/ບົດ​ອື່ນ