ພິທີມອບລາງວັນ Kovalevskaia ປີ 2012

ພິທີມອບລາງວັນ Kovalevskaia ປີ 2012 - ảnh 1
ພິທີ​ມອບ​ລາງວັນ Kovalevskaia ປີ 2012
ພາບ:suckhoedoisong.vn


(vovworld)-  ຕອນ​ເຊົ້າ​ວັນ​ທີ 4/3, ຢູ່ ຮ່າ​ໂນ້ຍ, ສະຫະພັ​ນ​ແມ່ຍິງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ລາງວັນ Kovalevskaia ປີ 2012 ​ແລະ ການ​ເສັງ​ກ່ຽວ​ກັບ​ບັນດາ​​ແມ່ຍິງ​ແບບຢ່າງ. ລາງວັນ Kovalevskaia ປີ 2012 ​ໄດ້​ມອບ​​ໃຫ້​ແກ່​ສ່ວນ​ບຸກຄົນ ນັ້ນ​ແມ່ນ ຮອງ​ສາ​ດສະ​ດາ​ຈານ, ດຣ ​ແບກ​ແຄງ​ຮ່ວາ, ສັງກັດ​ສະ​ຖາ​ບັນ​ໂລ​ຫິດ​ສາດ ​ແລະ ສົ່ງ​ເລ​ືອດສູນ​ກາງ ​ແລະ ໝູ່​ຄະນະ​ບັນດາ​ນັກວິທະຍາ​ສາດ​ຍິງ​ຢູ່​ສູນ​ຊີວະ​ສາດ, ສະ​ຖາ​ບັນ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ຮອງ​ສາດສະດາຈານ, ດຣ ​ແບກ​ແຄງ​ຮ່ວາ ​ແລະ ໝູ່​ຄະນະ​ພະນັກງານ​ຍິງ​ຢູ່​ສູນ​ດັ່ງກ່າວ ​ໄດ້​ມີ​ກິດຈະການ​ວິທະຍາສາດ, ຄົ້ນ​ຄ້ວາ​ໝູນ​ໃຊ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ຮັກສາ​ສຸຂະພາບ, ສິ່ງ​ແວດ​ລ້ອມ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ສາດ ຮັບ​ໃຊ້​ຂົງ​ເຂດ​ກະສິກຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ:

        “ດ້ວຍ​ຄວາມ​ເມົາ​ມົວ​ກັບ​ວິທະຍາສາດ​, ການ​ຢາກ​ຮຳ່ຢາກຮຽນ, ບັນດາ​ເອື້ອຍນ້ອງ​​ໄດ້​ມານະ​ພະຍາຍາມ​ຜ່ານ​ຜ່າ​ທຸກ​ຄວາມຫຍຸ້ງຍາກ ລຳບາກ​ໃນ​ວຽກ​ງານ​ກໍ​ຄື​ແບກ​ຫາບ​ວຽກ​ບ້າ​ນການ​ເຮືອນ, ຄົ້ນ​ຄ້ວາ​ວິທະຍາສາດ​ເພື່ອ​ມີ​ການ​ປະດິດ​ສ້າງ, ຂໍ້​ລິ​ເລີ່​ມ, ດັດ​ແກ້​ດ້ານ​ເຕັກນິກ​ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ.”

ຂ່າວ/ບົດ​ອື່ນ