ພິທີມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 6

ພິທີມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 6 - ảnh 1

(ພາບ:congly.com.vn)

( vovworld ) – ຕອນ​ຄ່ຳ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ລະດັບຊາດ​ຄັ້ງທີ 6 ປີ 2011. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ສື່​ມວນ​ຊົນ​ຕ້ອງການ​ເປັນ​ກຳລັງ​ຊຳນານ​ງານ ​ແລະ ທັນ​ສະ​ໄໝ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຢືນຢັນ​ວ່າ: ​ໃນ 87 ປີຜ່ານມາ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ລັດ, ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ໄດ້​ກາຍ​ເປັນ​ອາວຸດ​ດ້ານ​ແນວ​ຄິດ​ອັນ​ແຫຼມ​ຄົມ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​​ປະຕິວັດ​ຂອງ​ພັກ ​ແລະ ປະຊາຊົນ ກໍ່​ຄື​ກິດຈະການ​ປ່ຽນ​ໃໝ່​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນໜັກ​ວ່າ: ສື່​ມວນ​ຊົນ​ຕ້ອງ​ຄົ້ນພົບ ​ແລະ ສ່ອງ​ແສງ​ບັນດາ​ປັດ​ໄຈ​ໃໝ່, ​ແບບຢ່າງ​ວຽກ​ດີ​ຄົນ​ເດັ່ນ​ຢ່າງ​ທັນ​ການ ພ້ອມ​ທັງ​ຕຳ​ນິຕິ​ຕຽນ ​ແລະ ຍູ້​ໄພ​ຫຍໍ້​ທໍ້​​ໃນ​ສັງຄົມໃຫ້​ຖອຍ​ໄປ, ສົ​ມກັບ​ມູນ​ເຊື້ອ 87 ປີ​ຂອ​ງພື້ນຖານ​ສື່​ມວນ​ຊົນ​ປະຕິວັດ​ຫວຽ​ດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ສະ​ເໜີ​ວ່າ:

ນັກ​ຂ່າວຫວຽດນາມ​ກ່ວາ 17.000 ຄົນ ຕ້ອງ​ຝືກຝົນ​ຄຸນ​ນະ​ທາດ​ຫວຽດນາມ​ ​ໃຫ້ໄດ້, ຕ້ອງ​ມີ​ຈິດ​ໃຈ​ຫວຽດນາມ, ພູມ​ປັນຍາ​ຫວຽດນາມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ໃນ​ໄລຍະ​ປ່ຽນ​ໃໝ່, ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ ​ແລະ ​ໃນ​ຊີວິດ​ອັນ​ຟົດ​ຟື້ນ​ນີ້, ​ໃນ​ຄວາມ​ກ້າວໜ້າ​ຂອງ​ປະ​ເທດ​ຊາດ​ຫວຽດນາມ, ສື່​ມວນ​ຊົນ​ຫວຽດນາມ​ ຕ້ອງ​ກາຍ​ເປັນກຳລັງຊຳ​ນານ​ງານ ​ແລະ ທັນ​ສະ​ໄໝຢ່າງ​ເດັດຂາດ

 
ພິທີມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 6 - ảnh 2

ຮອງ​ນາຍົກລັດຖະມົນຕີ Vu Van Ninh ມອບ​ລາງວັນ B

(ພາບ:dantri.com.vn)​

ໃນ​ຈຳນວນ 153 ບົດ​ຂຽນ​ເຂົ້າຮອບ​​ແຂ່ງຂັນຊິງ​ລາງ​ວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງທີ 6 ປີ 2011, ສະພາ​ລາງວັນ​ສື່​ມວນ​ຊົນ​ລະດັບຊາດ​​ໄດ້​ມອບ​ລາງວັນ​ໃຫ້​ບົດ​ຂຽນ 95 ບົດ​ດ້ວຍ 2 ລາງວັນ A, 23 ລາງວັນ B, 39 ລາງວັນ C, 31 ລາງວັນ​ຊົມ​ເຊີຍ.


ຂ່າວ/ບົດ​ອື່ນ