ພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”

(VOVWORLD) - ການປະກວດແມ່ນການເຄື່ອນໄຫວນອນໃນໂຄງການໂຄສະນາສື່ສານເພື່ອສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”. ພາຍຫຼັງປຸກລະດົມມາເປັນເວລາ 4 ເດືອນ (09 ພຶດສະພາ 2022 – 31 ສິງຫາ 2022)
ພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” - ảnh 1ການສະແດງສິລະປະທີ່ລາຍການ

ຕອນເຊົ້າວັນທີ 13 ທັນວາ, ຢູ່ຮ່າໂນ້ຍ, ວາລະສານຍຸກສະໄໝ (ອົງການຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ສົມທົບກັບສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”.

        ການປະກວດແມ່ນການເຄື່ອນໄຫວນອນໃນໂຄງການໂຄສະນາສື່ສານເພື່ອສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”. ພາຍຫຼັງປຸກລະດົມມາເປັນເວລາ 4 ເດືອນ (09 ພຶດສະພາ 2022 – 31 ສິງຫາ 2022), ຄະນະຈັດຕັ້ງໄດ້ຮັບ 6.215 ບົດຂຽນ, ຂອງທີ່ລະນຶກຈາກ 48 ຫົວໜ່ວຍ, ນັບສິບທ້ອງຖິ່ນ ແລະ ນັບພັນບຸກຄົນທັງຢູ່ ຫວຽດນາມ ແລະ ລາວ. ກ່າວຄຳເຫັນທີ່ພິທີ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ໃຫ້ຮູ້ວ່າ:

ເທບສຽງຂອງທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ

 
ພິທີມອບລາງວັນການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” - ảnh 2ຜູ້ຮັບລາງວັນທີໜຶ່ງ ໃນລາຍການ

        ຄະນະກຳມະການໄດ້ຕົກລົງມອບລາງວັນໃຫ້ບັນດາຜູ້ຂຽນ, ກຸ່ມຜູ້ຂຽນທີ່ສົ່ງບົດເຂົ້າຮ່ວມການປະກວດທີ່ບັນລຸລາງວັນເຊິ່ງລວມມີ: ລາງວັນທີໜຶ່ງ 02 ລາງວັນ, ລາງວັນທີສອງ 04 ລາງວັນ, ລາງວັນທີສາມ 07 ລາງວັນ, ລາງວັນຊົມເຊີຍ 10 ລາງວັນ ແລະ ລາງວັນປະທັບໃຈ 05 ລາງວັນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ