ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ11ປີ2016

ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ11ປີ2016 - ảnh 1
ພິທີມອບລາງວັນເລືອງດິ່ງກົ໋ວຄັ້ງທີ11ປີ2016
(ພາບ: qdnd.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ພັກ​ກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ ເລືອງ​ດິ່ງ​ກົ໋ວ ຄັ້ງ​ທີ 11 ປີ 2016. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ​້ວ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ລາງວັນ, ອ້າຍ ເລກວກຟອງ, ເລ​ຂາ​ຜູ້​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ ໃຫ້​ຮູ້​ວ່າ: ຜ່ານ 10 ປີ​ແຫ່ງ​ການ​ຈັດ​ຕັ້ງ, ລາງວັນ ເລືອງ​ດິ່ງ​ກົ໋ວ​ໄດ​້​ເຊີດ​ຊູ​ຊາວ​ໜຸ່ມ​ຊົນ​ນະ​ບົດ​ດີ​ເດັ່ນ 1.650 ຄົນ ຍາມ​ໃດ​ກໍ່​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ບືນ​ຕົວ​ຂຶ້ນກໍ່​ຮ່າງ​ສ້າງ​ຕົວ, ສ້າງ​ອາ​ຊີບ​ຢູ່​ບ້ານ​ເກີດ​ເມືອງນອນ. ປີນີ້, ລາງວັນ​ໄດ້​ມອບ​ໃຫ້​ຊາວ​ໜຸ່ມ 85 ຄົນ, ໃນ​ນັ້ນ​ຊາວ​ໜຸ່ມກ່​ວາ 84% ​ໄດ້​ເຂົ້າ​ຮ່ວມ​ການ​ຜະ​ລິດ​ໂດຍ​ກົງ ດ້ວຍ​ບັນ​ດາ​ຮູບ​ແບບກ​ານ​ລ້ຽງ​ສັດ, ປູກ​ຝັງ, ພັດ​ທະ​ນາ​ເສດ​ຖະ​ກິດ​ຊົນ​ນະ​ບົດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        “ຊາວ​ໜຸ່ມ​ຊົນ​ນ​ະ​ບົດ 85 ຄົນ​ທີ່​ໄດ້​ຮັບ​ລາງວັນ ເລືອງ​ດິ່ງ​ກົ໋ວ ໃນ​ມື້​ນີ້ ແລະ ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ​ໄດ້​ຮັບ​ລາງວັນ​ໃນ​ຊຸມ​ປີ​ກ່ອນ​ນີ້ຈະ​ເປັນ​ກຳ​ລັງ​ປະ​ຈັນ​ບານ, ນຳ​ໜ້າ ດຶງ​ດູດ​ຊາວ​ໜຸ່ມ​ຊົນ​ນະ​ບົດ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​​ເປົ້າ​ໝາຍ​ເຊິ່ງ​ພັກ ແລະ ລັດ ໄດ້​ກຳ​ນົດ​ໃຫ້​ກະ​ສິ​ກຳ ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ລາງວັນ​ມື້ນີ້​ຈະ​ສືບ​ຕໍ່​ປັບ​ປຸງ, ຊຸກ​ຍູ້​ຫົວ​ຄິດ​ປະ​ດິດ​ສ້າງ, ນ້ຳ​ໃຈ​ເລີ່ມ​ດຳ​ເນີນ​ອາ​ຊີບ​ໃຫ້​ພວກ​ເພື່ອນ, ເພື່ອ​ໃຫ້​ພວກ​ເພື່ອນ​ສືບ​ຕໍ່ປະ​ສົບ​ຜົນ​ສຳ​ເລັດ,ປະ​ກອບ​ສ່ວນ​ນັບ​ມື້​ນັບຫຼາຍ​ໃຫ້​ແກ່​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ.”

        ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ໄດ້​ມອບ​ໃບ​ຢ້ອງ​ຍໍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຊາວ​ໜຸ່ມ​ດີ​ເດັ່ນ 4 ຄົນ.


ຂ່າວ/ບົດ​ອື່ນ