ພິທີລະນຶກ 67 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ

ພິທີລະນຶກ 67 ປີແຫ່ງວັນສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມ - ảnh 1

ແຂ່ງຂັນ​ເຕະບານ​ມິດຕະພາບ

(ພາບ:vovgiaothong.vn)

( vovworld ) – ​ວັນ​ທີ 7/9, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດພິທີ​ລະນຶກ 67 ປີ​ແຫ່ງ​ວັນ​ສ້າງຕັ້ງ (7/9/1945-7/9/2012). ​ໃນ​ເວລາ 11 ​ໂມງ 30 ນາທີ​ຂອງ​ວັນ​ທີ 7/9/1945, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ອອກ​ອາກາດ​ລາຍການ​ທຳ​ອິດ​ດ້ວຍ​ເນື້ອ​ໃນ​ສຳຄັນ​ຄື: ​​ເນື້ອ​ໃນ​ທັງ​ໝົດ​ຂອງບົດ​ຖະ​ແຫຼ​ງປະກາດ​ເອກະລາດ​​ໂດຍ​ປະທານ​ໂຮ່ຈິ​ມິນ ອ່ານ​ທີ່​ສະໜາມ​ຫຼວງ Ba Dinh ​ເມື່ອ​ວັນ​ທີ 2/9 ຊື່​ງ​ໄດ້​ເປັນ​ຂີດ​ໝາຍ​ແຫ່ງ​ການ​ສ້າງຕັ້ງຂະ​ແໜງ​ກະຈາຍສຽງ​ຫວຽດນາມ. ​ໃນ 67 ປີຜ່ານມາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແມ່ນ​ພາຫະນະ​ສື່​ມວນ​ຊົນ​ອັນ​ດັບ 1 ຂອງ​ພັກ, ລັດ ​ແລະ ປະຊາຊົນຫວຽດນາມ, ຕິດ​ພັນ​ກັບ​ປະຫວັດ​ແຫ່ງ​ການ​ປະຕິວັດ​ອັນ​ສະຫງ່າ​ອົງອາດ​ຂອງ​ຊາດ. ກ້າວ​ເຂົ້າສູ່​ໄລຍະ​ປ່ຽນ​ແປງ​ໃໝ່, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ເປັນ​ເຈົ້າການ​ໃນ​ການ​ປ່ຽນ​ໃໝ່, ​ໃຫ້​ຂ່າວ​ຢ່າງ​ທັນ​ການ, ວ່ອງ​ໄວ, ມີ​ຫຼາຍ​ຮູບ​ຫຼາຍ​ສີ, ຫຼາຍທິດ, ​ເພີ່ມ​​ລັກສະນະ​ສູ້​ຮົບ, ຄົນພົບ ​ແລະ ກຳນົດ​ທິດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ. ​ເນື່ອງ​ໃນ​ໂອກາດ​ນີ້, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆຄື: ການ​ແຂ່ງຂັນ​​ເຕະ​ບານ​ມິດຕະພາບ, ​ແຂ່ງຂັນ​ຕີ​ປິງປອງ VOV ຄັ້ງທີ 2, ການ​ພົບ​ປະ​ແລກປ່ຽນ​ສິລະ​ປະ “​ເຈື່ອງ​ຊາ-​​ເກາະທະ​ເລ​ຂອງ​ບ້ານ​ເກີດ​ເມືອງ​ນອນ“, ມອບ​ລາງວັນ​ການ​ປະ​ກວດ​ຮ້ອງ​ເພງ​ດ້ວຍ​ພາສາ​ຝະລັ່ງ​ໃນ​ຄື້ນ VOV5…. ກ່າວ​ຄຳ​ເຫັນ​ທີ່​ພິທີມອບ​ລາງວັນ​ການ​​ໃນປະ​ກວດ​ຮ້ອງ​ເພງ​ດ້ວຍ​ພາສາ​ຝະລັ່ງ​ໃນ​ຄື້ນ VOV5 ຄັ້ງທີ 2-2012,​ ທ່ານ​ນາງ Doan Thi Trung ຜູ້ອຳນວຍການ​ລະບົ​ບກະຈາຍສຽງ​ພາສາ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

   “ປີ​ນີ້, ຈຳນວນ​ຜູ້​ເຂົ້າຮ່ວມ​ຫຼາຍ​ທີ່​ສຸດ​ຍ້ອນ​ພວກ​ເຮົາ​ໄດ້​ອອກ​ຂ່າວ​ປະກາດ​ກ່ຽວ​ກັບ​ການ​ປະ​ກວດໃນ​ເວັບ​ໄຊ​ຂອງ​ລະບົບ​ກະຈາຍສຽງ​ພາສາ​ຕ່າງປະ​ເທດ. ສິ່ງ​ທີ່​ໃໝ່​ອຽມ​ໃນ​ປີ​ນີ້ ນັ້ນ​ແມ່ນ ພາຍຫຼັງ​ຜູ້​ເຂົ້າຮ່ວມ​ຝາກ​ບົດ​ເພງ​ມາ, ພວກ​ຂ້າພະ​ເຈົ້​າກໍ່​ລ້ວນ​ແຕ່​ນຳເຂົ້າ​ເວັບ​ໄຊ ​ແລ້ວ​ໄດ້​ຮັບ​ການ​ຕອບ​ກັບ. ຜ່ານ​ເວັບ​ໄຊ, ຜູ້​ຟັງ​ຕ່າງ​ປະ​ເທດ​ໄດ້​ຮັບ​ຟັງ ​ແລະ ​ຍ້ອງຍໍ​ງານ​ປະ​ກວດ​ຂອງ​ພວກ​ຂ້າພະ​ເຈົ້າຫຼາຍ

ຂ່າວ/ບົດ​ອື່ນ