ພິທີວາງສິລະລຶກກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ ໄລຍະ I

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ, ເນັ້ນໜັກວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນກິດຈະກຳທີ່ມີຄວາມໝາຍ, ທັງສະແດງການຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ຢູ່ເຂດດິນແດນຂອງ ລາວ
ພິທີວາງສິລະລຶກກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ ໄລຍະ I - ảnh 1ພິທີວາງສິລະລຶກຈັດຂຶ້ນຢູ່ ອຸດົມໄຊ

 

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ແຂວງ ອຸດົມໄຊ, ທາງພາກເໜືອຂອງລາວ, ສະມາຄົມຊາວ ຫວຽດນາມ ຢູ່ແຂວງ ອຸດົມໄຊ ໄດ້ຈັດພິທີວາງສິລະລຶກກໍ່ສ້າງກິດຈະກຳຫໍພັກໃຫ້ແກ່ຄູສອນ ແລະ ນັກຮຽນ ຂຶ້ນກັບໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດ ແຂວງ ອຸດົມໄຊ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຫງວຽນບ໋າຮູ່ງ, ເນັ້ນໜັກວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນກິດຈະກຳທີ່ມີຄວາມໝາຍ, ທັງສະແດງການຮັກສາຈຸດຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ຢູ່ເຂດດິນແດນຂອງ ລາວ, ທັງປະກອບສ່ວນຖ່າຍທອດຄວາມຮູ້ດ້ານວັດທະນະທຳ, ດ້ານພາສາ ຫວຽດ ໃຫ້ແກ່ລູກຫຼານຊາວ ຫວຽດນາມ ໃນບໍລິເວນແຂວງ, ກໍ່ຄືຊາວ ລາວ ທີ່ຕ້ອງການຮຽນພາສາ ຫວຽດ, ພ້ອມທັງສະແດງນ້ຳໃຈມິດຕະພາບແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ - ລາວ.

            ສ່ວນຝ່າຍລາວ, ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາຄະນະພັກແຂວງ, ເຈົ້າແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ - ຫວຽດນາມ ແຂວງ ອຸດົມໄຊ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງແຂວງ ອຸດົມໄຊ ກັບ ຫວຽດນາມ ເວົ້າລວມ ແລະ ກັບສະມາຄົມຊາວ ຫວຽດນາມ ຢູ່ແຂວງເວົ້າສະເພາະ. ເມື່ອນຳເຂົ້າເຄື່ອນໄຫວ, ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງໃຫ້ລູກຫຼານຊາວ ຫວຽດນາມ ແລະ ຊາວ ລາວ ຢູ່ແຂວງເທົ່ານັ້ນ, ຫາກຍັງແມ່ນບ່ອນເພື່ອໃຫ້ປະຊາຊົນທ້ອງຖິ່ນຢູ່ພາກເໜືອຂອງ ລາວ ມີຄວາມຕ້ອງການຮຽນພາສາ ຫວຽດ ຫຼື ກຽມພາສາເພື່ອໄປຮຽນຢູ່ ຫວຽດນາມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ