ພິທີສົ່ງກະດູກທະຫານອາເມລິກາ ກັບເມືອປະເທດ

(VOVWORLD) - ກະດູກຈຳນວນດັ່ງກ່າວໂດຍບັນດານັກນິຕິເວດສາດ ຫວຽດນາມ ຢູ່ ດານັ້ງ ຊັນນະສູດ ແລະ ສະຫລຸບວ່າ ມີສ່ວນກ່ຽວຂ້ອງເຖິງທະຫານ ອາເມລິກາ

ວັນທີ 29 ກໍລະກົດ, ພິທີສົ່ງກະດູກທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ກັບເມືອ ປະເທດຄັ້ງທີ 162 ໄດ້ຈັດຂຶ້ນຢູ່ສະໜາມບິນສາກົນ ດານັ້ງ, ນະຄອນ ດານັ້ງ, ຫວຽດນາມ. ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ມອບສົ່ງກະດູກໃຫ້ຜູ້ຕາງໜ້າຝ່າຍ ອາເມລິກາ ຫີບໜຶ່ງ ເຊິ່ງແມ່ນໝາກຜົນການເຄື່ອນໄຫວຂອງກອງກຳລັງຄົ້ນຫາໃຕ້ນ້ຳຢູ່ ຍາຈາງ, ແຂວງ ແຄ໋ງຮ່ວາ ໃນການເຄື່ອນໄຫວຄັ້ງທີ 151. ກະດູກຈຳນວນດັ່ງກ່າວໂດຍບັນດານັກນິຕິເວດສາດ ຫວຽດນາມ ຢູ່ ດານັ້ງ ຊັນນະສູດ ແລະ ສະຫລຸບວ່າ ມີສ່ວນກ່ຽວຂ້ອງເຖິງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ. ຫີບກະດູກໄດ້ສົ່ງໄປຍັງ Hawaii, ປະເທດ ອາເມລິກາ ເພື່ອຄົ້ນຄ້ວາຢັ້ງຢືນຕື່ມອີກ.

        ການເຄື່ອນໄຫວຮ່ວມມືມະນຸດສະທຳຊອກຄົ້ນຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ ລະຫວ່າງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວສອງຝ່າຍທີ່ໄດ້ເລີ່ມປະຕິບັດໃນທ້າຍຊຸມປີ 1980, ມາຮອດປະຈຸບັນໄດ້ຊ່ວຍຢັ້ງຢືນທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມ ໄດ້ຫຼາຍກ່ວາ 730 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ