ພິທີສວດມົນພາວະນາ ປີໃໝ່ຂອງຊາວຫວຽດນາມ ອາໄສຢູ່ແບນຊິກ


ພິທີສວດມົນພາວະນາ ປີໃໝ່ຂອງຊາວຫວຽດນາມ ອາໄສຢູ່ແບນຊິກ - ảnh 1

(ພາບ: baomoi.com)

(vovworld)- ​​​ ​ເນື່ອງ​ໃນ​ໂອກາດ​ຕົ້ນລະດູບານ​ໃໝ່-ປີ​ມະ​ເມຍ 2014, ສະຖານທູດ​ຫວຽດນາມ ປະຈຳ​ແບນ​ຊິກ ​ແລະ ລຸກ​ແຊມ​ບວກ ​ໄດ້​ຈັດ​ພິທີ​ສວດ​ມົນ​ພາວະນາຂໍ​ໃຫ້​ປີ​ໃໝ່ມີ​ຄວາມ​ສະຫງົບ​ສຸກ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຊາວ​ຫວຽດນາມ ປະຈຳ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​​ເອກ​ອັກຄະ​ລັດຖະທູດຟ້າ​ມ​ແຊງ​ເຈົາ ​ເນັ້ນໜັກ​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ້​ເຫັນ​​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດນາມ, ຈຸດ​ທູບ​ທຽນພາວະນາ​ຂໍ​ໃຫ້​ທຸກໆ​ຄອບຄົວ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຕະຫຼອດ​ປີ. ການ​ເຄື່ອນ​ໄຫວ​ນີ້​ກໍ່​ຊ່ວຍ​ໃຫ້ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ ​ເຈືອ​ຈານ​ເຂົ້າກັບ​ບັນ​ກາກາດ​ອັນ​ສະໜິດສະໜົມ, ອົບ​ອຸ່ນ ​ແລະ ພາວະນາ​ຂໍ​​ໃຫ້​ຕົນ​ເອງ, ຄອບຄົວ ​ແລະ ປະ​ເທດ​ຊາດ​ຫວຽດນາມປະສົບ​ແຕ່​ສິ່ງ​ປະ​ເສີດ​ທີ່​ສຸດ. ທ່ານ​​ເອກ​ອັກຄະ​ລັດຖະທູດຟ້າ​ມ​ແຊງ​ເຈົາ ຢືນຢັນ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ເຄົາ​ລົບສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​ຂອງ ປຊຊ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າປະຕິບັດ​ການ​ເຫຼື້ອ​ມ​ໄສ​ຂອງ​ຕົນ. ທ່ານ​ປາດ​ຖະໜາ​ວ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ທີ່​ນີ້​ຈະ​ສືບ​ຕໍ່​ສາມັກຄີ, ຊ່ວຍ​ເຫຼື​ອກັນ​ໃນ​ຊີວິດ​ປະຈຳ​ວັນ ​ແລະ ຍາມ​ໃດ​ກໍ່​ອ່ວຍ​ເມືອ​ຫາ​ປະ​ເທດ​ຊາດ./.

ຂ່າວ/ບົດ​ອື່ນ