ພິທີສວດມົນພາວະນາແລະໃຕ້ທຽນອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

ພິທີສວດມົນພາວະນາແລະໃຕ້ທຽນອາໄລຫາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ - ảnh 1
ພິທີສວດ​ມົນພາວະນາໃຫ້​ບັນດາ​ນັກຮົບວິລະ​ຊົນທີ່​ໄດ້
ເສຍ​ສະຫຼະຊີວິດ​ເພື່ອ​ຊາດ
(ພາບ:TTXVN)

(vovworld)- ​ໃນ​ລະຫວ່າງ​ວັນ​ທີ 11-12/7, ສະມາ​ຄົນ​ພຸດທະ​ສາສະໜາ​ແຂວງຮ່າ​ຢາງ ​ໄດ້​ຈັດ​ຕັ້ງພິທີສວດ​ມົນພາວະນາ ​ແລະ ໃຕ້ທຽນອາ​ໄລ​ຫາສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ບັນດາ​ນັກຮົບວິລະ​ຊົນທີ່​ໄດ້ເສຍ​ສະຫຼະຊີວິດ​ເພື່ອ​ຊາດຢູ່​ເຂດສຸສານທະຫານ​ເສຍ​ຊີວິດ​ເພື່ອ​ຊາດ​ເມືອງວິ້ຊວຽນ, ​ແຂວງ​ຮ່າ​ຢາງ. ​ໂດຍ​ມີ​ການເຂົ້າ​ຮ່ວມ​ຂອງພະສົງ​ສຳມະ​ເນນ, ພຸດທະສາສະນິກກະ​ຊົນນັບ​ພັນ​ຄົນພ້ອມ​ກັບບັນດາ​ນັກຮົບ​ເກົ່າທີ່​ມາ​ຈາກທຸກ​ແຖບ​ຖິ່ນໃນ​ທົ່ວ​ປະ​ເທດ. ພິທີສວດ​ມົນ​ໄດ້​ຮັບ​ການຈັດ​ຕັ້ງ​​ປະຈຳ​ປີ ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະ​ຫຼອງ​ວັນ​ທະຫານ​ເສຍ​ອົງຄະ-​ນັກຮົບເສຍສະຫຼະຊີວິດ​ເພື່ອ​ຊາດ (27/7), ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່ ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

      ​ ​ເຂດ​ສຸສານນັກຮົບເສຍສະຫຼະຊີວິດ​ເພື່ອ​ຊາດ​ເມືອງ​ວີ້ຊວຽນ ​ແມ່ນ​ບ່ອນ​ທ້ອນ​ໂຮມ​ອັດຖິ​ຂອງ​ນັກຮົບເສຍ​ສະ​ເຫຼະຊີວິດ​ເພື່ອ​ຊາດ​ກ່ວາ 1700 ຄົນ ​ເຊິ່ງ​ເປັນ​ບັນດານັກຮົບ​ພິລະ​ອາດ​ຫານທີ່​ໄດ້​ເສຍສະຫຼະ​ຊີວິດເພື່ອ​ປົກ​ປັກ​ຮັກສາ​​ເຂດ​ຊາຍ​ແດນ​ຕອນເໜືອ​ສຸດຂອງປະ​ເທດ​ຊາດ . ​ເນື່ອງ​ໃນ​ໂອກາດ​ນີ້, ສະມາ​ຄົນ​ພຸດທະ​ສາສະໜາ​ແຂວງຮ່າ​ຢາງ ​ໄດ້​ມອບຂອງຂວັນ 50 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 500.000 ດົ່ງ​ໃຫ້​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ເສຍສະຫຼະຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ບໍລິ​ເວນ​ເມືອງ​ວີ້ຊວຽນ, ​ແຂວງ ຮ່າ​ຢາງ.

ຂ່າວ/ບົດ​ອື່ນ