ພິທີສະຫຼອງສະຫຼອງວັນ ຊາດຫວຽດນາມທີ 2/9 ຢູ່ຕ່າງປະເທດ

ພິທີສະຫຼອງສະຫຼອງວັນ ຊາດຫວຽດນາມທີ 2/9 ຢູ່ຕ່າງປະເທດ - ảnh 1

ພິທີສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມຢູ່​ປະ​ເທດ​ໄທ

(ພາບ:vov)

(vovworld)-  ​ ​ວັນ​ທີ 29/8, ຢູ່​ ໄທ, ສະຖານທູດ​ຫວຽດນາມ ປະຈຳ​ໄທ ​ໄດ້​ຈັດ​ພິທີ ສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ ຄົບຮອບ 68 ປີ. ກ່າວ​ຄຳ​ເຫັນທີ່​ພິທີ, ທ່ານ​ໂງ​ດຶກ​ທັງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ ຢືນຢັນ​ວ່າ: ຍາມ​ໃດ​ຊາວ​ຫວຽດນາມ ກໍ່​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຜົນງານ​​​ການພັດທະນາ​ໃນ​ກ່ວາ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າງ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ ​ພັດທະນາ​ວັດທະນາ​ຖາວອນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະຖຽນລະ​ພາບ ​ແລະ ຄວາມ​ກ້ານ​ໜ້າ​ທາງ​ສັງຄົມ​ໃນ​ພາກ​ພື້ນ ​ແລະ ໃນ​ທົ່ວ​ໂລກ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ດຽວ​ກັນ, ກົງ​ສູນ​ໃຫ່ຍຫວຽດນາມ ປະຈຳ​ນະຄອນ​ກວາງຕຸ​ງ ປະ​ເທດ​ຈີນ ​ໄດ້​ຈັດງານ​ພົບ​ປະ​ສ້າງສັນ​ໃນ​ໂອກາດ ສະຫຼອງ​ສະຫຼອງ​ວັນຊາດ​ຫວຽດນາມ ຄົບຮອບ 68 ປີ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຈືແທວຮວາ   ຮອງ​ປະທານ​ຜູ້​ປະຈຳ​ການ​ແຂວງ​ກວາງ​ຕຸ​ງ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຫວຽດນາມ-​ຈີນ ສ້າງຕັ້ງກົນ​ໄກ​ກອງ​ປະຊຸມ​ປະສານ​ງານ​ຮ່ວມ​ມື​ປະຈຳ​ປີ​ລະຫວ່າງ​ກວາງຕຸ​ງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ ​ໄດ້​ນຳ​ການ​ພົວພັນ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພິ​​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ. ຝ່າຍ​ກວາງຕຸ​ງ ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​​ຕ່າງໆກ່ວາ​ອີກ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ພັດທະນາຢ່າງ​​ແຮງ​ກ່ວາ​ອີກ ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ.

 ຕອນ​ຄ່ຳ​ວັນ​ທີ 29/8,  ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ ຄົບຮອບ 68 ປີ. ກ່າວ​ຄຳ​ເຫັນທີ່​ພິທີ, ທ່ານ​ຫງວຽນ​ກວກ​ເກືອ​ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ຫວຽດນາມ ປະຈຸ​ບັນ​ໄດ້​ກາຍ​ເປັນ​ຕະຫຼາດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນດ້ວຍ​ພົນລະ​ເມືອງ​​ເກືອບ 90 ລ້ານ​ຄົນ ​ແລະ ພວມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຮອບດ້ານ, ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ, ສວບ​ບົດບາດ​ນັບ​ມື້​ນັບ​ເປັນ​ເຈົ້າການ​ກ່ວາ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ, ທ່ານ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ກວກ​ເກືອ​ງ ປາດ​ຖະໜາ​ວ່າ​: ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຈະ​ມີ​ການ​ພົວພັນ​ຢ່າງຮອບດ້ານ. ​ໂດຍ​ຕາງໜ້າ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ, ທ່ານ Scot Marciel ຮັກສາ​ການ​ຜູ້​ຊ່ວຍ​ວຽກ​ໃຫ້​ແກ່ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

  ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ Pretoria , ສະຖານທູດ​ຫວຽດນາມ ປະຈຳ ​ສ. ອາ​ຟຼິກກາ​ໃຕ້ ກໍ່ໄດ້ຈັດ​ພິທີສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ ຄົບຮອບ 68 ປີ. ທ່ານ​ເລ​ຮູຍຮ່ວາງ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອາ​ຟຼິກກາ​ໃຕ້  ​ໄດ້ຢືນຢັນ​ນະ​ໂຍບາຍ​ຂອງ​ພັກ, ລັດຫວຽດນາມ ​ໃນ​ການ​ຖື​ເປັນ​ສຳຄັນ, ຍູ້​ແຮງ​ການ​ພົວພັນ​ມິດຕະພາບ​ກັບ ອາ​ຟຼິກກາ​ໃຕ້. ທ່ານ​ເນັ້ນໜັກ​ວ່າ: ປີ 2013 ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຫວຽດນາມ- ອາ​ຟຼິກກາ​ໃຕ້, ​ແມ່ນປີ​ທີ່​ສອງ​ປະ​ເທດ​ພວມ​ຈັດຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ດ້ານ​ການ​ເມືອງ, ການ​ທູດ ກໍ່​ຄື​ຍູ້​ແຮງ​ການ​ຮ່ວມ​ມື​ອັນ​ແທດ​ຈິງ​ກ່ວາອີກ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນມີ​ດ້ານ​ການ​ເມືອງ, ການ​ລົງທຶນ, ການ​ສຶກສາ….

 

ຂ່າວ/ບົດ​ອື່ນ