ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບໄດ້ ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ

(VOVWORLD) -ພິທີສະເຫຼີມສະຫຼອງລະດັບຊາດ 110 ປີແຫ່ງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຈະໄດ້ຈັດຕັ້ງໃນວັນທີ 22 ທັນວາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (1994 - 2021) ຢູ່ສູນວັດທະນະທຳ - ຮູບເງົາ ແຂວງກ໋ວາງບິ່ງ.

ພິ​ທີ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາບໄດ້ ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ - ảnh 1ພາບປະກອບ: VOV

ພິທີຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານພົນເອກ ຫວໍງວຽນຢາບ (ຕາແສງ ລົກຖຸຍ, ເມືອງ ເລຖຸຍ), ເຂດສຸສານພົນເອກ (ຕາແສງ ກວາງດົງ, ເມືອງ ກວາງແຈກ), ອະນຸສາວາລີນັກຮົບເສຍສະຫຼະຊີວິດເພື່ອຊາດ ບ໋າໂຢກ (ເມືອງ ໂບ໋ແຈກ), ວິຫານບູຊາປະທານໂຮ່ຈິມິນ ແລະ ນັກຮົບວິລະຊົນ (ຢູ່ນະຄອນ ດົງເຫີຍ);

ພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ໄດ້ຈັດຂຶ້ນຢູ່ສູນວັດທະນະທຳແລະຮູບເງົາແຂວງ ກວາງບິ່ງ, ໄດ້ຮັບການຖ່າຍທອດສົດຜ່ານຊ່ອງ VOV, VTV1, ຊ່ອງໂທລະພາບກອງທັບ, ຊ່ອງໂທລະພາບປະຊາຊົນ, ຊ່ອງໂທລະພາບຕຳຫຼວດປະຊາຊົນ ແລະ ໂທລະທັດຂອງບັນດາແຂວງ, ນະຄອນໃນທົ່ວປະເທດ.

ພິທີສະເຫຼີມສະຫຼອງ ແມ່ນໂອກາດເພື່ອເຊີດຊູ, ສະແດງຄວາມຮູ້ບຸນຄຸນ, ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານພົນເອກຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ