ພິທີສະເຫຼີມສະຫຼອງ 1050 ປີແຫ່ງສ້າງຕັ້ງລັດ ດ້າຍໂກ່ຫວຽດ ແລະ ງານບຸນ ຮວາລື

(VOVWORLD) -ພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ ແລະ ງານບຸນ ຮວາລື ຖືກໄຂຂຶ້ນໃນຕອນຄ່ຳວັນທີ 24 ເມສາ, ຢູ່ເຂດປູຊະນີຍະສະຖານວັດທະນະທຳຄຸ້ມເມືອງເກົ່າຮວາລື, ແຂວງນິງບິ່ງ.

ພິທີສະເຫຼີມສະຫຼອງ 1050 ປີແຫ່ງສ້າງຕັ້ງລັດ ດ້າຍໂກ່ຫວຽດ ແລະ ງານບຸນ ຮວາລື  - ảnh 1 ພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ

ແລະ ງານບຸນ ຮວາລື ຖືກໄຂຂຶ້ນໃນຕອນຄ່ຳວັນທີ 24 ເມສາ

(ພາບ: Ninh Bình TV)

ກ່ອນໜ້ານັ້ນ, ວັນທີ 23 ເມສາ, ພິທີເປີດປະຕູວິຫານຖືກດຳເນີນຢູ່ເຂດປູຊະນີຍະສະຖານ. ຕາມແຜນການແລ້ວ, ງານບຸນ ຮວາລື ປີນີ້ຖືກແກ່ຍາວເປັນເວລາ 4 ວັນ. ທ່ານ ຫງວຽນແມ້ງເກືອງ, ຫົວໜ້າພະແນກວັດທະນະທຳ, ກິລາ ແຂວງນິງບິ່ງ, ໃຫ້ຮູ້ວ່າ.

      “ການຈັດຕັ້ງງານບຸນຮວາລື ປີນີ້ ຖືກດຳເນີນກົງກັບພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ. ງານບຸນ ຮວາລື ໄດ້ຮັບການຮັບຮອງວ່າແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ. ງານບຸນຄັ້ງນີ້ມີຄວາມແຕກຕ່າງກັບງານບຸນຄັ້ງອື່ນໆນັ້ນແມ່ນເພື່ອສະແດງຄວາມຮູ້ບຸນຄຸນບັນດາປຸ່ຍ່າຕາຍາຍທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.”

      ພິທີສະເຫຼີມສະຫຼອງ 1050 ປີແຫ່ງວັນສ້າງຕັ້ງລັດ ດ້າຍໂກ່ຫວຽດ ແລະ ງານບຸນ ຮວາລື ໄດ້ຖ່າຍທອດສົດຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ VOV1.

ຕອບກັບ

ຂ່າວ/ບົດ​ອື່ນ