ພິທີສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ 1968

(VOVWORLD) -  ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ພິທີສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ 1968 - ảnh 1 ທ່ານ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມພິທີ

ຕອນເຊົ້າວັນທີ 31 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ (31/1/1968 – 31/1/2018) ຢ່າງສົມກຽດ. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

ພິທີສະເຫຼີມສະຫຼອງ 50 ປີແຫ່ງການບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ 1968 - ảnh 2 ລາຍການສິລະປະທີ່ພິທີ

        ໃນສູນທອນພົດສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຫວນຄືນບຸນປີໃໝ່ປີວອກ 1968, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກໂຈມຕີ ແລະ ລຸກຮື້ຂຶ້ນຢູ່ທົ່ວພາກໃຕ້ໃນພາບດຽວໂດຍບັງເອີນ, ພິເສດແມ່ນບັນດາຕົວເມືອງໃຫຍ່ຄື: ເຫ້ວ, ດ່ານັ້ງ, ໄຊງ່ອນ, ເກີນເທີ. ໃນໄລຍະເວລາອັນສັ້ນນັ້ນ, ທະຫານ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກຕີເຂົ້າແນວຫຼັງຢູ່ທຸກໆແຂວງ, ນະຄອນຢ່າງແຮງເຊິ່ງກ່ອນນັ້ນ ເກືອບຄືວ່າ ແມ່ນບັນດາບ່ອນອີງປອດໄພຂອງສັດຕູ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ, ເນັ້ນໜັກວ່າ:

“ໄຊຊະນະຕັດສິນຊີ້ຂາດມີລັກສະນະຍຸດທະສາດປີ 1968 ເຮັດໃຫ້ມີການຫັນປ່ຽນສະພາບການສົງຄາມຢ່າງວ່ອງໄວ ແລະ ແຂງແຮງ, ຍົກສູງອິດທິພົນຊື່ສຽງຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄຊຊະນະນີ້ໄດ້ເຮັດໃຫ້ເຈດຈຳນົງຮຸກຮານສັ່ນຄອນ, ທຳລາຍຍຸດທະສາດສົງຄາມຢູ່ພາຍໃນຂອງຈັກກະພັດ ອາເມລິກາ ແລະ ລູກແລ້ງຕີນມື, ບັງຄັບໃຫ້ພວກມັນຕ້ອງຍອມຮັບການເຈລະຈາໂດຍກົງກັບພວກເຮົາທີ່ກອງປະຊຸມປາຣີ”

ຕອບກັບ

ຂ່າວ/ບົດ​ອື່ນ