ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນກໍ່ສ້າງສຳເລັດເສັ້ນທາງແຫ່ງຄວາມສຸກ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນກໍ່ສ້າງສຳເລັດເສັ້ນທາງແຫ່ງຄວາມສຸກ - ảnh 1
ພິທີ​ສະ​ເຫຼີມສະ​ຫຼອງ 50 ປີ​ແຫ່ງ​ວັນກໍ່​ສ້າງ​ສຳ​ເລັດ​ເສັ້ນທາງ​ແຫ່ງ​ຄວາມ​​ສຸກ
(ພາບ: chinhphu.vn)


(vovworld) – ຕອນ​ຄໍ່າ​ວັນ​ທີ 20/03, ຢູ່​ນະຄອນ​ຮ່າ​ຢາງ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໄດ້​ສົມທົບ​ກັບ​ແຂວງ​ຮ່າ​ຢາງ ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນກໍ່​ສ້າງ​ສຳ​ເລັດ​ “ເສັ້ນທາງ​ແຫ່ງ​ຄວາມ​​ສຸກ” ​ແຂວງ​ຮ່າ​ຢາງ. ເສັ້ນທາງ​ແຫ່ງ​ຄວາມ​​ສຸກ ​ເຊື່ອມ​ຕໍ່​ນະຄອນ​ຮ່າ​ຢາງ ​ເຖິງ 3 ​ເມືອງ​ເຂດ​ພູ​ສູງ​ທາງ​ທິດ​ເໜືອ​ລວມມີ ກວານ​ບ້າ, ອຽນ​ມິ​ງ, ດົງ​ວັນ ​ແລະ ​ເທດສະບານ​ແມ່ວຫວາ​ກ, ມີ​ລວງ​ຍາວ​ເກື​ອບ 200 ກ.ມ, ​ໄປ​ຜ່ານຫຼາຍ​​ໂນນພູ​ທີ່​ເຫວ​ຊັນ, ​ເຊິ່ງຊາວ​ໜຸ່ມຕະລຸມ​ບ່ອນ​ນັບ​ໝື່ນຄົນ​ຂອງ 8 ​ແຂວງ​ທາງ​ທິດ​ເໜືອ​ຫວຽດນາມ ​​ປະຕິບັດ​ໃນ​ໄລຍະ 6 ປີ (1959 – 1965). ​ເມື່ອ​ເສັ້ນທາງ​​ໄດ້ຮັບ​ການກໍ່​ສ້າງ​ສຳ​ເລັດ​ໄດ້​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ສຳລັບ​ບັນດາ​ທ້ອງ​ຖິ່ນ​ມີ​ເສັ້ນທາງ​ໄປ​ຜ່ານ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ຮຽກຮ້ອງ​ໃຫ້​ແຂວງ​ຮ່າ​ຢາງ ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ໝັ້ນ​ຄົງ.

        “ຂ້າພະ​​ເຈົ້າ​ສະ​ເໜີ​ໃຫ້​​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ທ້ອງ​ຖິ່ນ​ຕ່າງໆ, ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ດ້ວຍ​ວຽກ​ງານ​​ແທດ​ຈິງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂຊ່ວຍ​ເຫຼືອ​ແຂວງ​ຮ່າ​ຢາງ ​ເວົ້າ​ສະ​ເພາະ ​ແລະ ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ເວົ້າ​ລວມ. ຜ່ານ​ນັ້ນ, ປຸກລຸກ​ຄວາມ​ສາມາດ​ບົ່ມຊ້ອນ, ທ່າ​ແຮງ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຕັ້ງໜ້າຮ່ວມ​​ແຮ​ງຮ່ວມ​​​ໃຈພ້ອມ​ກັບ​ບັນດາ​ຊາວ​ຊົນ​ເຜົ່າ​ແຂວງ​ຮ່າ​ຢາງ ​ແລະ ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ ໃນ​ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ສ້າງ​ຊີວິດ​ທີ່​ອີ່ມໜຳ​ສຳ​ລານ, ມີ​ຄວາມຜາ​ສຸກ”.

ຂ່າວ/ບົດ​ອື່ນ