ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຮັກສາສົບປະທານໂຮ່ຈີມິນ ແລະ ມອບຫຼຽນໄຊມິດຕະພາບໃຫ້ແກ່ເພື່ອນມິດລັດເຊຍ

(VOVWORLD) -ຕອນບ່າຍວັນທີ 28 ພຶດສະພາ, ຢູ່ມົດສະກູ, ຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຮັກສາສົບປະທານໂຮ່ຈີມິນ ໄລຍະຍາວນານ ແລະ ມອບຫຼຽນໄຊມິດຕະພາບໃຫ້ແກ່ໝູ່ຄະນະ, ນັກຊ່ຽວຊານລັດເຊຍ ຈຳນວນໜຶ່ງ.
ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຮັກສາສົບປະທານໂຮ່ຈີມິນ ແລະ ມອບຫຼຽນໄຊມິດຕະພາບໃຫ້ແກ່ເພື່ອນມິດລັດເຊຍ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໂງດຶກແມ້ງ

 ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ, ປະລິນຍາເອກ ບຸ່ຍຫາຍເຊີນ, ຮອງຫົວໜ້າຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ, ຜູ້ບັນຊາການກອງບັນຊາການສຸສານປະທານໂຮ່ຈີມິນ ໄດ້ສະຫລຸບຜົນງານ, ໝາກຜົນແຫ່ງການຮ່ວມມືລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ໃນຕະຫຼອດໄລຍະ 50 ປີຜ່ານມາທີ່ໄດ້ຮັກສາສົບປະທານໂຮ່ຈີນມິນຢ່າງປອດໄພ. ທ່ານຍັງໄດ້ເນັ້ນໜັກເຖິງການຊ່ວຍເຫຼືອທີ່ເຕັມໄປດ້ວຍສາຍຈິດມິດໃຈ ແລະ ມີປະສິດທິຜົນຂອງສະຫະພັນລັດເຊຍ. ທ່ານເຊີນກ່າວວ່າ:

  “ການຮັກສາສົບປະທານໂຮ່ຈີມິນ ແມ່ນນໍ້າໃຈອັນພິເສດຂອງລັດຖະບານສະຫະພັນລັດເຊຍ ທີ່ມີຕໍ່ປະຊາຊົນຫວຽດນາມ, ຕໍ່ປະທານໂຮ່ຈີມິນ. ໃນຕະຫຼອດ 50 ປີຜ່ານມາ, ເຖິງວ່າປະຫວັດສາດມີການຜັນແປຫຼາຍຢ່າງກໍ່ຕາມ ແຕ່ອາລົມຈິດຄວາມຮັກແພງ, ຄວາມສາມັກຄີ, ການຊ່ວຍເຫຼືອຂອງເພື່ອນມິດລັດເຊຍ ໃນການຮັກສາສົບປະທານໂຮ່ຈີມິນແມ່ນບໍ່ປ່ຽນແປງ”.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໂງດຶກແມ້ງ ແລະ ທ່ານພັນເອກບຸ່ຍຫ໋າຍເຊີນ ໄດ້ມອບຫຼຽນໄຊ, ຫຼຽນກາຂອງລັດ ສສ ຫວຽດນາມ ໃຫ້ແກ່ 2 ໝູ່ຄະນະ ແລະ 23 ສ່ວນບຸກຄົນໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນໜ້າທີ່ຮັກສາສົບປະທານໂຮ່ຈີມິນໃນໄລຍະຍາວນານ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ